Breaking News

ຊີວິດຈະດີຂື້ນກ່ວາເກົ່າ ແລະ ເຫັນຜົນໄວ ຈາກ ການເຮັດທານ 3 ສິ່ງນີ້ ສາ​ທຸໆ

ຊີວິດຈະດີຂື້ນກ່ວາເກົ່າ ແລະເຫັນຜົນໄວ ຈາກ ການເຮັດທານ 3 ສິ່ງນີ້ ຈະເຮັດໃຫ້ເກີດມີປະຕິຫານ ເຂົ້າມາໃນຊີວິດ.

ສິ່ງທີ່ດີກ່ຽວກັບຫົວຂໍ້ທີ່ສັກສິດ ຊີ້ທາງໃຫ້ຄົນທີ່ທຸກຍາກ ລຳບາກ ແລະມີບັນຫາເລື່ອງການເງິນ, ວຽກງານແລະຄອບຄົວ.

ຖ້າຢາກໃຫ້ທຸກຢ່າງດີຂື້ນ, ໃຫ້ລອງເຮັດຫານ 3 ຢ່າງນີ້ຄື: ວັດຖຸທານ, ທຳມະທານ ແລະອະໄພຍະທານ ໃຫ້ປະຕິບັດທຸກໆມື້.

1 ວັດຖຸທານ ບໍ່ຈຳເປັນຕ້ອງໃຊ້ເງີນຫຼາຍ, ເຮັດແລ້ວບໍ່ເດືອດຮ້ອນຄົນອື່ນເຊັ່ນລິນນໍ້າໃສ່ຈອກໃຫ້ຄົນອື່ນດ້ວຍຫົວໃຈບໍລິສຸດ, ເກືອເຂົ້າໃຫ້ສັດລ້ຽງຢູ່ໃນເຮືອນ ເອົາເງິນໃສ່ຕູ້ບໍລິຈາກຈັກສີ່ຊ້າຫ້າພັນ, ມອບສັງກະທານໃຫ້ພະສົງ ຫລື ບໍລິຈາກເຄື່ອງນຸ່ງຮົ່ມທີ່ບໍ່ໃຊ້ແລ້ວໃຫ້ກັບຄົນທຸກຍາກກ່ອນເຮົາ, ນັ້ນລ້ວນແຕ່ບຸນຈາກການບໍລິຈາກວັດຖຸທັງໝົດ.

2 ທັມມະທານ ມັນໝາຍ ຄວາມວ່າໃຫ້ຄວາມຮູ້ທີ່ຖືກຕ້ອງເພື່ອເປັນປະໂຫຍດແກ່ຄົນອື່ນ, ຈະສອນເດັກນ້ອຍ ການເຮັດວຽກປະຈຳວັນທີ່ພວກເຮົາເຮັດເປັນວຽກງານທີ່ສ້າງຜົນດີ, ເຮັດວຽກຢ່າງເຕັມໃຈແລະເຕັມທີ່. ເພື່ອປະໂຫຍດແກ່ຄົນອື່ນ ຫຼືເປັນເຈົ້າພາບຮ່ວມກັນເພື່ອເຜີຍແຜ່ປື້ມບົດສວດ ນັ້ນເປັນທຳມະທານທຸກຢ່າງ ການສວດມົນບູຊາທຸກໆວັນ. ນອກຈາກຈະສ້າງບຸນກຸສົນໃຫ້ແກ່ຕົນເອງແລ້ວ ຍັງມີພວກເທບ ເທວະດາ ແລະຈິດວິນຍານທີ່ຢູ່ບ່ອນນັ້ນມາຮ່ວມຟັງທຳມະ ຟັງຄຳສັນລະເສີນທີ່ໄດ້ບູຊາພະພຸດທະເຈົ້າ.

3 ການໃຫ້ອະໄພ ມັນຈະງ່າຍຫລືຍາກທີ່ສຸດກະໄດ້ຄືກັນ ເພາະວ່າຖ້າພວກເຮົາຄຽດແຄ້ນຈົນຝັງໃຈ ຕໍ່ໃຜຜູ້ໃດຫນຶ່ງ ການໃຫ້ອະໄພກໍຈະຍາກຫລາຍ ຄູບາອາຈານ, ທ່ານສອນວິທີການໃຫ້ອະໄພຄົນໄດ້ງ່າຍໆຍ, ຕ້ອງໃຊ້ພົມວິຫານ 4 ເພື່ອຊ່ວຍ ເລີ່ມຕົ້ນດ້ວຍຄວາມເມດຕາ, ກະລຸນາ, ມຸຕິທາ ແລະອຸເບກຂາ.

ນັ້ນແມ່ນ, ໃຫ້ປ່ອຍວ່າງຄວາມຄຶດຄຽດແຄ້ນ, ໃຜເຮັດກຳໃດຍອມຮັບເອົາສິ່ງນັ້ນ. ໃຫ້ເລີ່ມຕົ້ນກັບຄົນທີ່ຢູ່ໃກ້ທ່ານເຊັ່ນ ພໍ່ແມ່, ລູກ, ອ້າຍເອື້ອຍນ້ອງ, ໝູ່ເພື່ອນ ແລະລວມເຊິ່ງສັດສາວາສິ່ງຕ່າງໆ. ທັງວັດຖຸທານ, ທຳມະທານ, ແລະອະໄພຍະທານ ສາມາດເຮັດໄດ້ງ່າຍໆ ເຮັດທຸກມື້, ທຸກບ່ອນ ໃຫ້ຫມັ່ນປະຕິບັດແບບນີ້ໃຫ້ສະຫມໍ່າສະເຫມີ “ສິ່ງມະຫັດສະຈັນ” ນັ້ນຈະເຮັດໃຫ້ທ່ານຮັບຮູ້ ດ້ວຍຕົວເອງທັນທີ.

ຂໍໃຫ້ທຸກໆທ່ານຈົ່ງມີແຕ່ຄວາມສຸກ. ມີຄວາມຈະເລີນກ້າວໜ້າ ທາງດ້ານຫນ້າທີ່ການ ຫລາຍຂື້ນເລື້ອຍໆເດີ !

ຂອບໃຈ ສຳ ລັບບົດຂຽນທີ່ດີ: sanook.com

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.