Breaking News

ເອກະພາບ​ແລ້ວ​ ກຽມເປີດດ່ານ ຂົນສົ່ງສິນຄ້າເຂົ້າ-ອອກ

ສາລະວັນ-ອຸບົນຣາຊະທານີ ປຶກສາຫາລືກຽມເປີດດ່ານ ຂົນສົ່ງສິນຄ້າເຂົ້າ-ອອກ

ທ່ານ ປອ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ສປປ ລາວ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມທາງໄກ, ໃນວັນທີ 15 ກໍລະກົດ 2021, ປຶກສາຫາລື ຮ່ວມກັບ ທ່ານ ສະຫຼິດ ວິທູນ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ພ້ອມຄະນະ ແລະ ທ່ານ ອະທິປັດ ໂຣດຈະນະໄພບູນ ກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ເພື່ອກຽມຄວາມພ້ອມເປີດດ່ານທ້ອງຖິ່ນ ລະຫວ່າງດ່ານປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ ແລະ ດ່ານສາກົນປາກແຊງ ອຳເພີນາຕານ ຈັງຫວັດອຸບົນຣາຊະທານີ ສະເພາະການຂົນສົ່ງສິນຄ້າເທົ່ານັ້ນ.

ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຮ່ວມມືກັນ ທັງສອງຝ່າຍ ໃນໄລຍະຜ່ານມາ ແລະ ປະເມີນການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ຮ່ວມມືກັນ, ປະສານງານສົມທົບແກ້ໄຂບັນຫາ ໃນເບື້ອງຕົ້ນໄດ້ເປັນຢ່າງດີ. ຈາກນັ້ນກໍ່ໄດ້ພ້ອມກັນປືກສາຫາລື, ແລກປ່ຽນຄວາມຄິດເຫັນ ກ່ຽວກັບການກະກຽມຄວາມພ້ອມໃນການເປີດຄືນດ່ານທ້ອງຖິນປາກຕະພານ ເມືອງລະຄອນເພັງ ກັບ ດ່ານສາກົນປາກແຊງ ຕໍາບົນພະລານ ອໍາເພີນາຕານ ສະເພາະການຂົນສົ່ງສິນຄ້າເຂົ້າ-ອອກ, ເຊິ່ງທັງສອງຝ່າຍ ຕີລາຄາສະພາບລວມ ໃນການເອົາໃຈໃສ່ລາດຕະເວນ, ກວດກາ ຢ່າງເປັນປົກກະຕິຂອງເຈົ້າໜ້າທີ່, ເຮັດໃຫ້ມີຄວາມສະຫງົບຮຽບຮ້ອຍດີ, ເອົາໃຈໃສ່ສະກັດກັ້ນການລັກລອບເຂົ້າ-ອອກຂອງພົນລະເມືອງ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ປະສານງານຮ່ວມກັນໃນເລື່ອງຕ່າງໆ ເປັນຕົ້ນ: ການສົ່ງເສີມການຮ່ວມມື ແລະອື່ນໆ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂື້ນ.

ທັງສອງຝ່າຍ ເຫັນດີເປັນເອກະພາບກັນໃຫ້ນໍາໃຊ້ຈຸດຜ່ານແດນຖາວອນປາກແຊງ ຕໍາບົນພະລານ ຈັງຫວັດອຸບົນຣາຊະທານີ ຂົນສົ່ງສິນຄ້າ ຕາມເສັ້ນທາງອື່ນ, ເຊີ່ງນຳໃຊ້ຈຸດທ່າເຮືອບັກ ບ້ານນາຫີນໂງ່ນ ຕຳບົນພະລານ ອຳເພີນາຕານ, ທ່າເຮືອບັກແກ້ງທອງຫຼວງ ບ້ານນາໜອງຍາວ ເມືອງລະຄອນເພັງ ເປັນຈຸດຂົນສົ່ງສິນຄ້າ ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ ລະຫວ່າງແຂວງສາລະວັນ ສປປ ລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ ຄັ້ງທີ 11 ລົງວັນທີ 22 ສິງຫາ 2018 ທີ່ໄດ້ລະບຸວ່າ: ກໍລະນີ ການກໍ່ສ້າງທ່າບັກຂົນສົ່ງສິນຄ້າ ຢູ່ດ່ານປາກຕະພານ ເມືອງລະຄອນເພັງ – ດ່ານປາກແຊງ ອໍາເພີ ນາຕານ ບໍ່ສໍາເລັດ ກອງປະຊຸມເຫັນດີມອບໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ສາມາດນຳໃຊ້ທ່າເຮືອບັກບ້ານ ນາຫີນໂງ່ນ ແລະ ທ່າເຮືອບັກ ແກ້ງຄອງຫຼວງ ບ້ານນາໜອງຍາວ ໃນການອະນຸຍາດໃຫ້ນໍາເຂົ້າ-ສົ່ງອອກ ສິນຄ້າຕາມປະເພດ, ຊະນິດ, ປະລິມານ ທີ່ກົດໝາຍ ແລະ ລັດຖະບານສອງຝ່າຍກໍານົດໄວ້ ແລະ ມອບໃຫ້ພາກສ່ວນທີ່ກ່ຽວຂ້ອງ

ທັງສອງຝ່າຍ ຕິດຕາມ, ກວດກາຢ່າງລະອຽດ ເພື່ອຄວາມຖືກຕ້ອງຕາມລະບຽບກົດໝາຍ. ຈາກນັ້ນ, ທັງສອງຝ່າຍ ເປັນເອກະພາບ ດ້ານການເຂັ້ມງວດປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19, ເຊີ່ງຕ້ອງໄດ້ຕັ້ງຈຸດກວດກາກັ່ນຕອງ ເພື່ອວັດແທກອຸນຫະພູມຮ່າງກາຍ, ມີການກວດກາພາຫະນະ, ພົ່ນຊີດຢາຂ້າເຊື້ອທັງຂາເຂົ້າ ແລະ ຂາອອກ, ເຝົ້າລະວັງສິ່ງແວດລ້ອມທາງນ້ຳ, ອາກາດ, ຜູ້ທີ່ກ່ຽວຂ້ອງຕ້ອງມີໃບຢັ້ງຢືນໄດ້ຮັບການສັກວັກຊິນຄົບ 2 ເຂັມ ແລະ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານດ້ານສາທາລະນະສຸກ ຮ່ວມກັນ.

ຈາກນັ້ນ, ກໍ່ມີການໄດ້ເຊັນບົດທັນທຶກຮ່ວມກັນ ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງໆສາລະວັນ ສປປ ລາວ ແລະທ່ານ ສະຫຼິດ ວິທຸ ຜູ້ວ່າຣາຊະການຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ.

#ພາບ-ຂ່າວ: ສິດຕາ ເພັດວົງສາ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.