Breaking News

90% ຂອງແຮງງານຕິ ດໂ ຄ ວິ ດນຳເຂົ້າແມ່ນສາຍພັນເດລຕາ

ທ່ານ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ທັງເປັນຜູ້ຮັບຜິດຊອບວຽກງານຄຸ້ມຄອງກໍລະນີຕິດເຊື້ອໂຄວິດ-19 ໃຫ້ຮູ້ໃນວັນທີ 16 ກໍລະກົດ 2021 ນີ້ວ່າ: ປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 3.187 ຄົນ, ພວມປິ່ນປົວ 1.008 ຄົນ,

ປິ່ນປົວຫາຍດີ 2.175 ຄົນ ແລະ ເສຍຊີວິດ 4 ຄົນ. ສຳລັບສະຖານທີ່ປິ່ນປົວຢູ່ໃນນະຄອນຫລວງວຽງຈັນປັດຈຸບັນມີ 3 ແຫ່ງຄື: ໂຮງໝໍມິດຕະພາບ 150 ຕຽງ ແມ່ນປິ່ນປົວຜູ້ທີ່ມີອາການປານກາງ-ໜັກ, ໂຮງໝໍ ເຊດຖາທິຣາດ ແມ່ນຜູ້ທີ່ມີອາການປານກາງ ແລະ ໂຮງໝໍ 103 ກອງທັບ ແມ່ນຜູ້ທີ່ມີອາການເບົາບາງ.

ການຕິດເຊື້ອຢູ່ໃນປະເທດເຮົາດຽວນີ້ສ່ວນຫລາຍແມ່ນເປັນແຮງງານທີ່ເດີນທາງມາຈາກປະເທດໃກ້ຄຽງ, ໂດຍການວິເຄາະການຕິດເຊື້ອ 90% ຂອງແຮງງານນຳເຂົ້າແມ່ນເປັນສາຍພັນເດລຕາ ເຊິ່ງອາການຜູ້ຕິດເຊື້ອຈະບໍ່ສະແດງອາການ ແຕ່ພໍມາກວດວິເຄາະຫາເຊື້ອແລ້ວຜົນກວດອອກມາເປັນບວກ (ຕິດເຊື້ອ) ແລະ ສາມາດຕິດຕໍ່ກັນໄດ້ໄວກວ່າເກົ່າສາຍພັນເດີມ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.