ໃນພິທີຖະແຫຼງວ່າວັນທີ17 ກໍລະກົດ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ໄດ້ປະກາດເຖິງເຖິງຜູ້ໂດຍສານລົດເມຕຽງນອນ ສາຍບໍ່ແກ້ວ-ນະຄອນຫຼວງວຽງຈັນ (ບໍ່ຮູ້ປ້າຍທະບຽນລົດ)ໃນວັນທີ 11/7/2021 ເນື່ອງຈາກໃນລົດຄັນດັ່ງກ່າວ ມີກໍລະນີຕິດເຊື້ອໂຄວິດ-19 ເຊິ່ງມີລາຍລະອຽດດັ່ງນີ້:ອອກເດີນທາງຈາກເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ວັນທີ 11/7/2021 ເວລາ 16:30 ໂມງມີຜູ້ໂດຍສານປະມານ 40 ຄົນ, ໃນຊ່ວງໄລຍະການເດີນທາງ ເວລາປະມານ 21:30 ໂມງໄດ້ແວ່.

ກິນເຂົ້າຢູ່ຮ້ານອາຫານແຫ່ງໜຶ່ງ (ບໍ່ຮູ້ຊື່) ຂອງແຂວງຫຼວງນໍ້າທາວັນທີ 12/7/2021 ມາຮອດແຂວງອຸດົມໄຊ ເວລາປະມານ 2:00 ໂມງເຊົ້າ ລົດເມໄດ້ຈອດຢູ່ຄິວລົດສາຍເໜືອ ເຊິ່ງຕັ້ງຢູ່ບ້ານ ນາເລົາ, ເມືອງໄຊ, ແຂວງອຸດົມໄຊ, ມີຜູ້ໂດຍສານ 5 ຄົນລົງ ຢູ່ຄິວລົດດັ່ງກ່າວ (ເປັນຄົນອຸດົມໄຊ 3, ຄົນຜົ້ງສາລີ 1 ແລະ 1 ຄົນບໍ່ຮູ້ວ່າເປັນຄົນແຂວງໃດ)ຫຼັງຈາກນັ້ນ ໄດ້ອອກເດີນທາງມາຮອດຄິວລົດສາຍເໜືອ ນະຄອນຫຼວງວຽງຈັນ ໃນວັນທີ 12/07/2021ຜູ້ໂດຍສານທັງໝົດ ແມ່ນເປັນຜູ້ສຳຜັດໃກ້ຊິດ ເພາະຢູ່ໃນ
ລົດມີຜູ້ຕິດເຊື້ອເດີນທາງມານຳ ເປັນເພດຍິງ, ອາຍຸ 19 ປີ, ອາຊີບ ພະນັກງານບໍລີສັດ, ທີ່ຢູ່ປະຈຸບັນ ບ້ານຫ້ວຍຂຸມ, ເມືອງໄຊ, ແຂວງອຸດົມໄຊ.ສຳລັບຜູ້ໂດຍສານ ທີ່ໄດ້ລົງຢູ່ ນະຄອນຫຼວງພະບາງ, ແຂວງວຽງຈັນ, ບໍລິຄຳໄຊ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ນັ້ນ ພວກເຮົາສາມາດຕິດຕໍ່ໄດ້ທັງໝົດແລ້ວ ແລະ ໄດ້ຖືກເກັບຕົວຢ່າງ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້.
