ຈີນເລືອກສ້າງຫົນທາງໃຫ້ແຄບລົງເພື່ອຮັກສາຕົ້ນໄມ້ພັນຫາຍາກ ອາຍຸເກົ່າແກ່ກວ່າ 400 ປີ ໃຫ້ຍັງຢືນຕົ້ນຕໍ່ໄປ

ເວບໄຊທ໌ຂ່າວປະເທດຈີນເຜີຍແຜ່ພາບ “ລາຊາຕົ້ນອາວມ້ອນ” ຕົ້ນໜຶ່ງທີ່ຕັ້ງສະຫງ່າຢູ່ກາງຫົນທາງຢູ່ເມືອງໜານໜິງ ເຂດປົກຄອງຕົນເອງກວ່າງຊີຈ້ວງ ທາງຕອນໃຕ້ຂອງຈີນ ເຊິ່ງມີອາຍຸ 402 ປີ ຈົນຖືກຂະໜານາມວ່າ ເປັນຕົ້ນອາວມ້ອນເກົ່າແກ່ທີ່ສຸດຂອງເມືອງ

ເດີມທີ່ຣັດຖະບານທ້ອງຖິ່ນວາງແຜນຈະຍ້າຍຕົ້ນອາວມ້ອນໄປຕັ້ງໄວ້ບ່ອນອື່ນ ເພື່ອຂະຫຍາຍຫົນທາງໃຫ້ກວ້າງຂຶ້ນ ແຕ່ເນື່ອງຈາກລຳຕົ້ນຂອງມັນຊຸດໂຊມໜັກ ອີກທັງເປັນພັນໄມ້ທີ່ຫາຍາກ ທາງຣັດຖະບານທ້ອງຖິ່ນຈຶ່ງປ່ຽນແຜນສ້າງຮົ້ວອ້ອມໄວ້ເພື່ອຮັກສາ ໃຫ້ມັນຍັງຢືນຕົ້ນຕໍ່ໄປ ແລ້ວສ້າງຫົນທາງໃຫ້ແຄບລົງແທນ
ປະຈຸບັນຕົ້ນອາວມ້ອນເກົ່າແກ່ຕົ້ນນີ້ຍັງຄົງແຕກໃບສີຂຽວອຸ່ມຊຸ່ມອອກມາເລື້ອຍໆ ຈົນຊາວບ້ານພາກັນເອີ້ນວ່າ “ຕົ້ນໄມ້ຕະປູ” ທີ່ແຂງແຮງທີ່ສຸດ

