ພໍ່ແມ່ສົ່ງຮຽນໄດ້ເປັນເຖິງສາດສະດາຈານ ຢູ່ຕ່າງປະເທດ ງຽບຫາຍໄປ 17 ປີ ຮູ້ນຳຫລັງວ່າ ປ່ຽນຊື່ ປ່ຽນນາມສະກຸນ.

ຄົນບູຮານເຄີຍເວົ້າວ່າ: “ພໍ່ແມ່ລ້ຽງລູກບໍ່ຄຶດເສຍດາຍ, ແຕ່ລູກລ້ຽງພໍ່ແມ່ ແມ່ນນັບມື້ນັບວັນ”, ໃນຄວາມເປັນຈິງກໍແມ່ນແນວນັ້ນແທ້, ເບິ່ງແຕ່ສະພາບຂອງຂ້ອຍກໍຮູ້ແລ້ວ, ຜູ້ເປັນລູກໃຊ້ທ່າທີຕໍ່ພໍ່ແມ່ນັບມື້ເປີດແປນຂຶ້ນຊັກໄຊ້, ຮ້າຍແຮງໄປກວ່ານັ້ນ ມີລູກບາງຄົນເມື່ອພໍ່ແມ່ບໍ່ມີເງິນໃຫ້ກໍຄຽດຂົມ ແລະ ໜີ ອອກຈາກບ້ານເຮືອນໄປຕະຫຼອດຊີວິດ.

ເລື່ອງຄືດັ່ງກ່າວເກີດຂຶ້ນກັບຄອບຄົວໜຶ່ງໃນເມືອງ ຕ້າຫຼຽນ ມົນທົນ ຫຼຽວນິງ ປະເທດຈີນ. ປີ 1979 ມີຜົວເມຍຄູ່ໜຶ່ງ ເອົາກັນມາຫຼາຍປີ ຈຶ່ງເກີດໄດ້ລູກສາວຜູ້ດຽວ, ຍ້ອນແນວນັ້ນ ຈຶ່ງກາຍເປັນດວງຈິດດວງໃຈໃນຄອບຄົວ.

ເຖິງວ່າຄອບຄົວ ຈະບໍ່ຮັ່ງມີດີໄດ້ ແຕ່ກໍໄດ້ເຮັດທຸກສິ່ງຢ່າງເພື່ອໃຫ້ລູກໄດ້ຢູ່ສະໜຸກສຸກສະບາຍ, ມີຊີວິດການເປັນຢູ່ທີ່ດີ, ໄດ້ຮັບການສຶກສາທີ່ດີ ໂດຍບໍ່ໃຫ້ເສຍຄວາມຕັ້ງໃຈຂອງພໍ່-ແມ່, ນາງໄດ້ເອົາໃຈໃສ່ຮຽນໃຫ້ເກັ່ງທີ່ສຸດ ທັງຍັງເປັນແບບຢ່າງໃຫ້ນັກຮຽນຄົນອື່ນໆ ນຳເອົາແບບຢ່າງ.