ເຈນີວາ, ຣອຍເຕີ: ອົງການອະນາໄມໂລກ (WHO) ເຕືອນຫ້າມບໍ່ໃຫ້ສີດວັກຊິນປະສົມກັນ ເນື່ອງຈາກຍັງບໍ່ມີຂໍ້ມູນ ແລະ ລາຍລະອຽດຈະແຈ້ງກ່ຽວກັບປະສິດທິພາບຂອງວັກຊິນຂະນະໃຊ້ຮ່ວມກັນຂອງວັກຊິນຊະນິດຕ່າງກັນ.

ທ່ານ ນາງ ຊູມຢາ ສວາມີນາທັນ, ຫົວໜ້າຝ່າຍວິທະຍາສາດ ຂອງອົງການອະນາໄມໂລກ ໄດ້ອອກຄຳເຫັນກ່າວເຕືອນບໍ່ໃຫ້ຜູ້ຄົນທຳການປະສົມ ແລະ ຈັບຄູ່ວັກຊິນຕ້ານໂຄວິດ-19 ຈາກຜູ້ຜະລິດຫຼາຍລາຍ, ໂດຍເອີ້ນສິ່ງນີ້ວ່າ “ແນວໂນ້ມອັນຕະລາຍ” ເນື່ອງຈາກຂໍ້ມູນກ່ຽວກັບຜົນກະທົບຕໍ່ສຸຂະພາບຍັງບໍ່ພຽງພໍ.


