ຂໍຄວາມຊ່ວຍເຫລືອນ້ອງນໍ້າຝົນ

ນ້ອງນໍ້າຝົນ ຫລື ລີຕາອາຍຸ 7 ເດືອນ ເປັນໄຂ້ຂຶ້ນສະຫມອງ ແລະຍັງມີພະຍາດແຊກຊ້ອນຫຼາຍຢ່າງນຳອີກ ແມ່ຂອງນ້ອງໄດ້ນຳມາປົວຢູ່ໂຮງຫມໍເມືອງກາສີ.
ກ່ອນທີ່ໂຮງຫມໍເມືອງຈະສົ່ງມາໂຮງຫມໍແຂວງ ແລະຖືກສົ່ງຕໍ່ມາປົວຢູ່ໂຮງຫມໍເສດຖາເປັນເວລາ 2 ເດືອນປາຍ ຈົນນ້ອງອາການດີຂຶ້ນແລ້ວໄດ້ພານ້ອງກັບເມືອບ້ານເພື່ອປິ່ນປົວທາງສາສະຫນາແຕ່ກັບບ້ານແລ້ວອາການນ້ອງບໍ່ດີຂຶ້ນ ທາງແມ່ເອງກໍ່ບໍ່ສາມາດພານ້ອງກັບມາປົວຕໍ່ໄດ້ເນື່ອງຈາກບໍ່ມີລາຍໄດ້ ແມ່ຂອງນ້ອງມີອາຊີບເຮັດນາເຮັດສວນ ເປັນແມ່ຮ້າງ ແລະ ມີລູກ 3 ຄົນ.


