ສາທຸ! ຫຼວງພໍ່ທຸຍ ວັດດ່ານວິເວກ ຈັງວັດບືງການ ມອບຕຽງຄົນເຈັບ ໃຫ້ໂຮງໝໍແຂວງຈຳປາສັກ

ວັນທີ 19 ກໍລະກົດ ທີ່ຜ່ານມາ, ແຟນເພຈ ໂຮງໝໍແຂວງຈຳປາສັກ ໄດ້ລາຍງານວ່າ: ໂຮງໝໍແຂວງຈຳປາສັກໄດ້ຮັບເຄື່ອງຊ່ວຍເຫຼືອຈາກຫຼວງພໍ່ປຣິດາ ສັນທະກະໂຣ ຫຼື ຫຼວງພໍ່ທຸຍ ວັດດ່ານວິເວກ ອຳເພີໂສພິໄຊ ຈັງວັດບືງການ ປະເທດໄທ

ໂດຍເຄື່ອງດັ່ງກ່າວປະກອບມີ: ຕຽງນອນຄົນເຈັບ100 ໜ່ວຍ, ເຄື່ອງຈັກຊ່ວຍຫາຍໃຈທຽມ 2 ເຄື່ອງ ລວມມູນຄ່າທັງໝົດ 3,350,000ບາດ


