ອີງຕາມບົດຖະແຫຼງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການສືບຕໍ່ປະຕິບັດມາດຕະການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ ໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 20 ກໍລະກົດ 2021 ນີ້.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ກ່າວບາງຕອນວ່າ: ຂ້າພະເຈົ້າ ຂໍຢືນຢັນວ່າ “ລັດຖະບານຈະສືບຕໍ່ເຝົ້າລະວັງ, ຕິດຕາມ, ປະເມີນສະຖານະການທຸກໆໄລຍະເພື່ອປັບປຸງປ່ຽນແປງມາດຕະການຕາມສະພາບຕົວຈິງ ຢ່າງສົມເຫດສົມຜົນ ລວມທັງການຈັດຫາ ແລະ ສັກວັກຊິນໃຫ້ແກ່ພໍ່ແມ່ປະຊາຊົນ ໃນກຸ່ມເປົ້າໝາຍຕ່າງໆ ໃຫ້ໄດ້ຕາມຄາດໝາຍ ເພື່ອຜົນປະໂຫຍດສູງສຸດຂອງປະຊາຊົນລາວບັນດາເຜົ່າ”

ພ້ອມນີ້, ທ່ານຍັງກ່າວໃນຕອນທ້າຍວ່າ ຂ້າພະເຈົ້າ ຂໍຢ້ຳຕື່ມອີກເທື່ອໜຶ່ງວ່າ ບັນດາມາດຕະການ ທີ່ລັດຖະບານ ກໍຄື ຄະນະສະເພາະກິດວາງອອກນັ້ນ ຈະມີປະສິດທິພາບ ແລະ ປະສິດທິຜົນໄດ້ ແມ່ນຂຶ້ນກັບການຮ່ວມໄມ້ຮ່ວມມື ແລະ ຄວາມເປັນເຈົ້າການໃນການປະຕິບັດຢ່າງເຂັ້ມງວດ ຂອງທຸກຄົນໃນສັງຄົມ, ລຳພັງແຕ່ລັດຖະບານ ກໍຄືຄະນະສະເພາະກິດ, ແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ແມ່ນບໍ່ສາມາດປະສົບຜົນສຳເລັດໄດ້
