ວົງການສາທາລະນະສຸກເມືອງ Hamilton ແຂວງ Ontario ປະເທດ ການາດາ ໃຫ້ຮູ້ວ່າ: ພະຍາບານຄົນໜຶ່ງຖືກໄລ່ອອກ ແລະ ອີກ 2 ຄົນຖືກປະຕິບັດວິໄນ ເນື່ອງຈາກພວກເຂົາສັກວັກຊີນໃຫ້ກັບຍາດຂອງຕົນ ຊຶ່ງບໍ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດສັກວັກຊີນ.

ສຳນັກຂ່າວ Canadian Press ໃຫ້ຮູ້ວ່າ: ໃນເດືອນມີນາຂອງປີນີ້ ໄດ້ມີເຄືອຍາດຂອງພະຍາບານຄົນໜຶ່ງ ໄດ້ຮັບສັກວັກຊິນເຖິງ 7 ຄົນ ໂດຍພວກເຂົາເຫຼົ່ານັ້ນບໍ່ມີລາຍຊື່ຢູ່ໃນກຸ່ມເປົ້າໝາຍບູລິມະສິດຂອງການສັກວັກຊີນແຕ່ຢ່າງໃດ.

ເຈົ້າໜ້າທີ່ເມືອງ Hamilton ໄດ້ກວດສອບພົບວ່າມີການສັກວັກຊີນບໍ່ຖືກຕາມກຸ່ມເປົ້າໝາຍທີ່ທາງການແຂວງ Ontario ກຳນົດໄວ້ ພ້ອມດຽວກັນໄດ້ວາງມາດຕະການປະຕິບັດວິໄນຕໍ່ກັບພະນັກງານແພດ 3 ຄົນທີ່ມີສ່ວນກ່ຽວຂ້ອງກັບບັນຫາດັ່ງກ່າວ.
