ບໍລິສັດ ສະຕາໂທລະຄົມ ມອບເງິນຊ່ວຍເຫລືອ ໃຫ້ກະຊວງປ້ອງກັນປະເທດ
ຂປລ. ໃນວັນທີ 19 ກໍລະກົດ ຜ່ານມາ, ບໍລິສັດ ສະຕາໂທລະຄົມ ໄດ້ມອບເງິນຈຳນວນ 3 ລ້ານໂດລາສະຫະລັດ ໃຫ້ກະຊວງປ້ອງກັນປະເທດ ເພື່ອເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາກອງທັບ

ໂດຍການເຂົ້າຮ່ວມຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຊິ່ງຕາງໜ້າມອບໂດຍ ທ່ານ ລິວ ແມ໋ງຮ່າ ຜູ້ອໍານວຍການໃຫຍ່ບໍລິສັດ ສະຕາໂທລະຄົມ ແລະ ກ່າວຮັບໂດຍ ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຄະນະນຳກະຊວງປ້ອງກັນປະເທດ ແລະ ຄະນະອຳນວຍການຂອງບໍລິສັດ ສະຕາໂທລະຄົມ ເຂົ້າຮ່ວມ.
ໂອກາດນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ບໍລິສັດ ສະຕາໂທລະຄົມ ທີ່ຍາມໃດກໍມີຄວາມເປັນຫ່ວງເປັນໄຍ ແລະ ເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຕໍ່ວຽກງານດັ່ງກ່າວ ເພາະເງິນຈຳນວນນີ້ ເປັນການປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາກອງທັບ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ທັນສະໄໝ.
