ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 19 ຫາ 25 ກໍລະກົດ 2021 ວ່າ: ໃນໄລຍະວັນທີ 21 – 23 ກໍລະກົດ 2021 ບໍລິເວນຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດອ່າວເບັ່ງການ ຈະມີກຳລັງແຮງເພີ່ມຂຶ້ນ ພ້ອມດຽວກັນນີ້


ພ້ອມນີ້, ຍັງມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງໄລຍະວັນທີ 23 – 25 ກໍລະກົດ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບປານກາງຢູ່ທົ່ວໄປ ແລະ ຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຟ້າຮ້ອງຟ້າເຫຼື້ອມທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ ແລະ ດິນເຈື່ອນ ແລະ ນ້ຳຖ້ວມອັ່ງທີ່ອາດຈະເກີດຂຶ້ນໄດ້.