Breaking News

ພະຍາບານຖືກໄລ່ອອກ ຍ້ອນສັກວັກຊີນຕ້ານ ໂ ຄ ວິ ດ ໃຫ້ກັບຍາດຂອງຕົນເອງ

ວົງການສາທາລະນະສຸກເມືອງ Hamilton ແຂວງ Ontario ປະເທດ ການາດາ ໃຫ້ຮູ້ວ່າ: ພະຍາບານຄົນໜຶ່ງຖືກໄລ່ອອກ ແລະ ອີກ 2 ຄົນຖືກປະຕິບັດວິໄນ ເນື່ອງຈາກພວກເຂົາສັກວັກຊີນໃຫ້ກັບຍາດຂອງຕົນ ຊຶ່ງບໍ່ຢູ່ໃນກຸ່ມເປົ້າໝາຍບູລິມະສິດສັກວັກຊີນ.

ສຳນັກຂ່າວ Canadian Press ໃຫ້ຮູ້ວ່າ: ໃນເດືອນມີນາຂອງປີນີ້ ໄດ້ມີເຄືອຍາດຂອງພະຍາບານຄົນໜຶ່ງ ໄດ້ຮັບສັກວັກຊິນເຖິງ 7 ຄົນ ໂດຍພວກເຂົາເຫຼົ່ານັ້ນບໍ່ມີລາຍຊື່ຢູ່ໃນກຸ່ມເປົ້າໝາຍບູລິມະສິດຂອງການສັກວັກຊີນແຕ່ຢ່າງໃດ.

ເຈົ້າໜ້າທີ່ເມືອງ Hamilton ໄດ້ກວດສອບພົບວ່າມີການສັກວັກຊີນບໍ່ຖືກຕາມກຸ່ມເປົ້າໝາຍທີ່ທາງການແຂວງ Ontario ກຳນົດໄວ້ ພ້ອມດຽວກັນໄດ້ວາງມາດຕະການປະຕິບັດວິໄນຕໍ່ກັບພະນັກງານແພດ 3 ຄົນທີ່ມີສ່ວນກ່ຽວຂ້ອງກັບບັນຫາດັ່ງກ່າວ.ທ່ານໝໍ Elizabeth Richardson ເມືອງ Hamilton ໃຫ້ຮູ້ວ່າ: ທຸກການກະທຳໃດກໍຕາມທີ່ສົ່ງຜົນສະທ້ອນຕໍ່ຄາດໝາຍສັກວັກຊີນຂອງລັດຖະບານລ້ວນແຕ່ຈະຖືກລົງໂທກຢ່າງໜັກ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ

ບໍ່ສົມຄວນເປັນສາວຄູເລີຍ!!!ຕີໄດ້ຮອດນັກຮຽນຂອງຕົວເອງ. ເຫດເກີດຢູ່ທີ່ໂຮງຮຽນແຫ່ງໜື່ງສາວຄູໃຊ້ຄວາມບໍ່ເຫມາະສົມກັບນັກຮຽນຂອງຕົວເອງ. ໂດຍສາວຄູ່ໄດ້ວຸໄວ້າວ່າ:ນ້ອງນັກຮຽນຂອງຕົນເອງບໍ່ຍອມພັກພ່ອນສາວຄູເລີຍໃຈຮ້າຍໃສ່ …..

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.