Breaking News

ກຽມຮັບມືຝົນຕົກໜັກ ຫາ ໜັກຫຼາຍ​ ຢູ່ໃນ​ 27​ ເມືອງ​ ແລະ​ 14​ ແຂວງ ໄລຍະວັນທີ 23 ຫາ 26 ກໍລະກົດນີ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນຝົນຕົກໜັກໃນວັນທີ 23 ຫາ 26​ ກໍລະກົດ​ 2021​ ເນື່ອງຈາກວ່າຮ່ອງຄວາມກົດດັນອາກາດຕໍ່ໄດ້ພາດຜ່ານພາກເໜືອ ຂອງປະເທດລາວ ປ່ອງໃສ່ລົມພາຍຸໝຸນເຂດຮ້ອນ ເຈີມປາກາ (Cempaka) ທີ່ກຳລັງເຄື່ອນທີ່ຢູ່ໃກ້ພາກເໜືອດ້ານຕາເວັນອອກຂອງ ສສ ຫວຽດນາມ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານເກາະໄຕ່ໜານ ໃນໄລຍະ 2-4 ວັນຕໍ່ໜ້າ, ເຮັດໃຫ້ກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເຂດພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອດ້ານຕາເວັນອອກ ລົງຫາ ພາກກາງ ແລະ ພາກໃຕ້

ໃນໄລຍະວັນທີ 23 ຫາ 26 ກໍລະກົດ 2021 ເຊັ່ນ: ແຂວງ ຜົ້ງສາລີ (ເມືອງ ໃໝ່, ເມືອງ ຂົວ ແລະ ເມືອງ ສຳພັນ), ແຂວງ ຫຼວງພະບາງ (ເມືອງ ໂພນໄຊ, ນໍ້າບາກ, ເມືອງ ງອຍ ແລະ ເມືອງ ວຽງຄຳ), ແຂວງ ຫົວພັນ (ເມືອງ ຊຳເໜືອ, ເມືອງ ຫົວເມືອງ, ເມືອງ ວຽງທອງ, ເມືອງ ແອດ ແລະ ເມືອງ ຊຳໃຕ້), ແຂວງ ຊຽງຂວາງ (ເມືອງ ໝອງແຮດ, ເມືອງ ແປກ, ເມືອງ ຄຳ, ເມືອງ ຜາໄຊ ແລະ ເມືອງ ໝອກ), ແຂວງ ວຽງຈັນ (ເມືອງ ກາສີ, ເມືອງ ວັງວຽງ, ເມືອງ ເຟືອງ, ເມືອງ ໂພນໂຮງ, ເມືອງ ແກ້ວອຸດົມ ແລະ ເມືອງ ທຸລະຄົມ), ນະຄອນຫຼວງວຽງຈັນ (ເມືອງ ນາຊາຍທອງ, ເມືອງ ໄຊທານີ, ເມືອງ ຫາດຊາຍຟອງ ແລະ ເມືອງ ປາກງື່ມ), ແຂວງ ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງ ດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສລຽບຕາມຮ່ອມພູ ແລະ ແຄມແມ່ນ້ຳຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນ້ຳຖ້ວມຊູ ແລະ ນ້ຳຖ້ວມຍື່ງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.