ລົດໄຟເອທີໂອເປຍ-ຈີບູຕີ ທີ່ລົງທຶນໂດຍຈີນ ເປີດຕົວພຽງ 9 ເດືອນ ສ້າງລາຍຮັບໄດ້ 29 ລ້ານດອລລາຣ໌ (ໂຫ ຟ້າຜ່າ)

ຈາກການຂົນສົ່ງສິນຄ້າ 1,3 ລ້ານໂຕນ ແລະຂົນສົ່ງໂດຍສານ 15.000 ເທື່ອຄົນ ລະບົບລົດໄຟຈີນ ທີ່ລົງທຶນສ້າງໃນເອທີໂອເປຍ ປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ທະລູສູ່ເມືອງຊາຍຝັ່ງໃນປະເທດຈີບູຕິ ດ້ວຍໄລຍະທາງ 700 ກວ່າກິໂລແມັດນັ້ນ ສາມາດສ້າງລາຍຮັບມະຫາສານໃຫ້ແກ່ຜູ້ລົງທຶນ ທີ່ຮຸ້ນສ່ວນກັບປະເທດເຈົ້າພາບ..


ສຳລັບລົດໄຟລາວ ແນ່ນອນວ່າສິນຄ້າໄທ ມາເລ ອິນໂດ ສິງຄະໂປ ໄປຈີນ ປີລະຫຼາຍລ້ານໂຕນ ລວມທັງການໄປມາຫາສູ່ ທ່ອງທ່ຽວ ຈະຕ້ອງຜ່ານທາງນີ້ເປັນຫຼັກ ປັດຈຸບັນ ໄທພວມເລັ່ງມືກໍ່ສ້າງທາງລົດໄຟຄວາມໄວສູງໃນຝັ່ງຂອງຕົນ ເພື່ອເຊື່ອມກັບລາງລົດໄຟລາວ ໃຫ້ສຳເລັດໂດຍໄວ ເພາະຮູ້ແລ້ວວ່າ ນະໂຍບາຍຕໍ່ຕ້ານຈີນ ເພື່ຶອເອົາໃຈເມການັ້ນ ມີແຕ່ຈະເຮັດໃຫ້ໄທຕົກຂະບວນ ໃນການຮ່ວມມືພັດທະນາກັບພູມີພາກ ຫຍິ່ງຕອນນີ້ ກໍຖືກຈີນສັ່ງສອນ ດ້ວຍການປິດທ່າເຮືອກວນເຫຼີ່ຍ ທີ່ເປັນທາງຜ່ານສິນຄ້າໄທໄປຈີນໃນແມ່ນ້ຳຂອງ ເຮັດໃຫ້ການສົ່ງອອກສິນຄ້າໄທ ສູ່ຕະຫຼາດໃຫຍ່ໃນຈີນ ຫຼາຍເດືອນມານີ້ ຫລຸດລົງເຖິງ 80% ເສຍຫາຍຫຼາຍໝື່ນລ້ານ.. ເຖິງໄທຈະນຳສິນຄ້າຜ່ານໄປທາງພະມ້າ ແຕ່ຈີນ ກໍຍັງປະຕິເສດ ໂດຍອ້າງບັນຫາໂຄວິດ ແຕ່ກັບສິນຄ້າພະມ້າ ລາວ ພັດໃຫ້ນຳເຂົ້າໄດ້ຢ່າງບໍ່ຈຳກັດ ເຮັດໃຫ້ໄທ ຕ້ອງໄດ້ປ່ຽນສັນຊາດໃຫ້ກັບສິນຄ້າ ຈາກຂອງໄທ ເປັນຂອງພະມ້າ ຈິ່ງສາມາດນຳເຂົ້າຈີນໄດ້ ເຊິ່ງຂະບວນການເຫຼົ່ານີ້ ກໍຫຍຸ້ງຍາກ ຊັກຊ້າ ແລະສິ້ນເປືອງຫຼາຍ ສະນັ້ນ ທາງອອກດຽວຂອງໄທໃນຕອນນີ້ ກໍຄືກັ້ນໃຈສ້າງທາງລົດໄຟເຊື່ອມຕໍ່ລາວໃຫ້ແລ້ວໂດຍດ່ວນ ຈະໄດ້ບໍ່ຕົກຂະບວນ ແລະໂດດດ່ຽວດຽວດາຍໃນການຮ່ວມມືຄ້າຂາຍກັບເພື່ອນບ້ານໃນພູມີພາກ..
(ພາບສຸດທ້າຍ ຄືຮູບໂສມລົດໄຟລາວ ທີ່ສ້າງໃນຈີນ ສາມາດເລັ່ງຄວາມໄວໄດ້ 210 ກິໂລແມັດຕໍ່ຊົ່ວໂມງ ຂະນະທີ່ລະບົບລາງ ອອກແບບໃຫ້ຮອງຮັບຄວາມໄວ 250 ກິໂລແມັດຕໍ່ຊົ່ວໂມງ ແຕ່ຈະແລ່ນຮັບໃຊ້ຕົວຈິງ ຢູ່ທີ່ຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ ເຊິ່ງເປັນຄວາມໄວທີ່ເໝາະແກ່ການກິນລົມຊົມວີວ ພູຜາປ່າໄມ້ ສາຍນ້ຳ ແລະທະເລໝອກທີ່ສວຍງາມຕາມ 2 ຟາກ ຕະຫຼອດສາຍທາງນັ້ນເປັນຢ່າງດີ..)
