Breaking News

ຊົມເຊີຍ​ ຂອບໃຈພະລັງໂຊຊ່ຽວທີ່ຊ່ວຍກັນແຊຣ໌ ຕອນນີ້​ 3 ແມ່ລູກໄດ້ຮັບຄວາມຊ່ວຍເຫຼືອແລ້ວ

ຍິງລາວກັບລູກອີກ 2 ຄົນ ໄດ້ຮັບການຊ່ວຍເຫລືອແລ້ວຈາກຫນ່ວຍງານ ພັດທະນາສັງຄົມ ແລະ ຄວາມຫມັ້ນຄົງຂອງມະນຸດ ຈັງຫວັດຫນອງຄາຍ.

ຍິງຊາວລາວ ອາຍຸ 26 ປີ ໄດ້ສາມີເປັນຄົນໄທ ຫອມລູກຊາຍ 2 ຄົນ ອາຍຸ 3 ປີ ກັບອີກຄົນອາຍຸ 2 ເດືອນ ຈາກຍະໂສທອນ ຫນີກັບ ສປປ.ລາວ.

ວັນທີ 22 ກໍລະກົດ 21 ເວລາປະມານ14:00 ນາທີ ຕາມທີ່ມີໂລກໂຊຊ່ຽວ ໄດ້ມີການແຊຣ໌ພາບຍິງຊາວລາວ ແລະ ລູກນ້ອຍ 2 ຄົນທີ່ຫອບລູກ 2 ຄົນ ອາຍຸ 3 ປີ ແລະ ອາຍຸ2 ເດືອນ ຢູ່ບໍລິເວນສາລາຫນ້າດ່ານກວດຄົນເຂົ້າເມືອງ ຂົວມິດຕະພາບຫນອງຄາຍ ແອດມິນ(สถานีหนองคาย) ຢູ່ໃນບໍລິເວນຫນ້າດ່ານກວດຄົນເຂົ້າເມືອງຂົວມິດຕະພາບຫນອງຄາຍ ແອດມິນໄດ້ເຂົ້າກວດສອບຂໍ້ມູນ ຮູ້ຊື່ວ່າ ນາງພິດສະໄຫມ ສອນສຸພາບ (ແອນ) ອາຍຸ 26 ປີເປັນຊາຍ ສປປ.ລາ ແຂວງໄຊຍະບູລີ ມີເອກະສານການເຂົ້າເມືອງຢ່າງຖືກຕ້ອງ ຊຶ່ງໄດ້ມາອາໄສຢູ່ກັບສາມີຊາວໄທ ຢູ່ ອຳເພີເລິງນົກທາ ຈັງຫວັດຍະໂສທອນ ຫລັງໄດ້ຜິດຖຽງກັບສາມີ ອາຍຸ 23 ປີ ຈຶ່ງຫອມລູກນ້ອຍເພດຊາຍ 2 ຄົນ ເດີນທາງອອກຈາກອຳເພີເລິງນົກທາ ຈັງຫວັດຍະໂສທອນ ເຖີງຈັງຫວັດຫນອງຄາຍ ເມື່ອວັນທີ 21:00 ນາທີ ໂດຍມີເງີນຕິດຕົວ 800 ບາດໄດ້ນັ່ງລົດຕູ້ໂດຍສານ ຈາກ ຈັງຫວັດຍະໂສທອນ ມາລົງ ຈັງຫວັດຣ້ອຍເອັດ ມາຫາອຸດອນທານີ ເຖີງ ຈັງຫວັດຫນອງຄາຍ ເມື່ອເວລາ 21:00 ນາທີ ໄດ້ພາລູກເຂົ້າພັກໂຮງແຮມແຫ່ງຫນຶ່ງ ໃນຈັງຫວັດຫນອງຄາຍ ຈາກນັ້ນວັນນີ້ 22 ກໍລະກົດ 21ເວລາ 08:00 ນາທີ ໄດ້ນັ່ງລົດສາມລໍ້ເຄື່ອງກັບລູກນ້ອຍມາລົງທີ່ດ່ານກວດຂົວມິດຕະພາຍໄທ-ລາວ.

ພາຍຫລັງຈາກເຖີງຫນ້າດ່ານກວດຄົນເຂົ້າເມືອງຂົວມິດຕະພາບໄທ-ລາວ ເຈົ້າຫນ້າທີ່ ຕມ. ຫນ້າດ່ານ ເຈົ້າຫນ້າທີ່ຈຶ່ງຖາມຫາເອກສານຂອງທັງສາມແມ່ລູກທີ່ຈະຂ້າມຝັ່ງ ແມ່ຂອງເດັກນ້ອຍນັ້ນມີເອກະສານບັດປະຈຳຕົວຄົບ ໃນສ່ວນເດັກ 2 ຄົນ ອາຍຸ 3ປີ ກັບອາຍຸ 2 ເດືອນ ມີພຽງໃບເກີດເຊີງເຈົ້າຫນ້າທີ່ໄດ້ແນະນຳໃຫ້ໄປກຽມ“ເອກະສານຂອງເດັກໃຫ້ຄົບ ຫລື ໃຫ້ພໍ່ຂອງເດັກນ້ອຍ ເຊັນຍິນຍອມໃຫ້ຖືກຕ້ອງ”

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.