ພຣະສົງແປງຮ່າງມາເປັນສັບປະເຫຼີ່ເພື່ອຊ່ວຍເຜົາສົບຄົນທີ່ຕິດໂຄວິດຂ່າວໜ້າຊົມເຊີຍ ແລະະ ໜ້າເຫັນໃຈປະເທດເພື່ອນບ້ານຄົນຕາຍຈາກໂຄວິດທີ່ເພີ່ມຂຶ້ນໃນແຕ່ລະວັນ.

ຈາກແຫຼ່ງຂ່າວລາຍງາຍວ່າ: ຍຸກໂຄວິດມີປະຊາຊົນເສຍຊີວິດເປັນຈຳນວນຫຼາຍ ພະສົງກໍອອກມາຊ່ວຍອອກຕົນຍາດໂຍມ ປະຊາຊົນພົບວ່າທີ່ວັດ ຊິນວະຣາຣາມ ວໍວິຫານ ມີພະສົ່ງໃສ່ຊຸດພີພີອີ ເຮັດໜ້າທີ່່ເປັນສັບປາເຫຼີ່ເຜົາສົບໃຫ້ປະຊາຊົນ

ໂດຍວັດນັ້ນເຈົ້າອາວາດໄດ້ບອກໃຫ້ພະລູກວັດຊ່ວຍກັນເຮັດໜ້າທີ່ເປັນສັບປະເຫຼີ່ ແລະ ເບິ່ງແຍງສົບເຊິ່ງທຸກວັນຍົກໂລງສົບຊ່ວຍກູ້ໄພນຳໃສເຕົາເຜົາຈາກນັ້ນກໍເກັບກະດູກໃຫ້ຍາດພີ່ນ້ອງຄົນຕາຍ ເວົ້າງ່າຍໆກໍ່ຄືເຮັດໜ້າທີ່ຄ້າຍກັບສັບປາເຫຼີ່ແຖມຍັງສູດບັງສະກຸນຫຍັງໃຫ້ພ້ອມ ແລະ ມື້ໜຶ່ງເຜົາສົບຜູ້ທີ່ຕິດໂຄວິດໃນວັດນີ້ບໍ່ຕ່ຳກວ່າ 5-7 ສົບ ໂດຍບໍ່ໄດ້ຄິດຄ່າຫຍັງທັງນັ້ນ.

ຄູບາ ເພັດລະບຸວ່າ:ອາດຕະມາເຮັດດ້ວຍໃຈ ເຖິງວ່າຊິເປັນພະສົ່ງແຕ່ຕ້ອງມາເຜົາສົບຄົນທີ່ຕິດໂຄວິດເຖິງຈະສຽງເຮົາກໍ່ຕ້ອງປ້ອງກັນ ແລະ ເຖິງວ່າຈະຜິດວິໄນເຮົາກໍຕ້ອງໄດ້ຊ່ວຍເຫຼືອປະຊາຊົນໃນຍາມລຳບາກ.
ຂໍ້ມູນຈາກ: ເລື່ອງເລົ່າເຊົ້ານີ້