Breaking News

ພູມໃຈໃນຄວາມເປັນລາວ ສູ້ໆ ທີມຊາດລາວ ພິທີເປີດ ກິລາ ໂຕກຽວ ໂອລິມປິກ 2020

ຮ່ວມເປັນກຳລັງໃຈໃຫ້ນັກກີລາລາວໃນງານມະຫະກຳກີລາໂອແລັມປິກ ຄັ້ງທີ 32 ທີ່ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 23 ກໍລະກົດ ທີ່ນະຄອນໂຕກຽວ, ປະເທດຍີ່ປຸ່ນ.

ການເຂົ້າຮ່ວມງານກີລາໂອແລັມປິກສາກົນຄັ້ງນີ້ ສປປ ລາວ ສົ່ງນັກກີລາເຂົ້າຮ່ວມທັງໝົດ 5 ຄົນ ມີ 3 ປະເພດກີລາ, ສະເພາະ 4 ຄົນຈະເຂົ້າຮ່ວມໂອແລັມປິກຄົນທົ່ວໄປ ແລະ 1 ຄົນຈະເຂົ້າຮ່ວມພາຣາແລັມປິກ (ໂອແລັມປິກຄົນພິການ) ປະກອບໂອແລັມປິກລະດູຮ້ອນບຸກຄົນທົ່ວໄປຄັ້ງທີ 32 ມີຄື: ກີລາແລ່ນ-ລານ 1 ຄົນ ນາງ ສິລິນາ ພະອາໄພ ລາຍການແລ່ນ 100 ແມັດ; ກີລາລອຍນໍ້າ 2 ຄົນ ນາງ ສີຣິອາລຸນ ບຸດຈະເລີນ ລາຍການ 50 ແມັດ ຟຣີສະຕາຍ, ທ້າວ ສັນຕິສຸກ ອິນທະວົງ ລາຍການ 50 ແມັດ ຟຣີສະຕາຍ; ກີລາຢູໂດ 1 ຄົນ ທ້າວ ສຸກພະໄຊ ສິດທິສານ ຮຸ່ນນໍ້າໜັກ 60 ກິໂລ,

ໂອແລັມປິກ ລະດູຮ້ອນ ຂອງຄົນພິການຄັ້ງທີ 16 ຫຼື ພາຣາແລັມປິກປະກອບມີ ກີລາແລ່ນ-ລານ 1 ຄົນ ທ້າວ ແກ່ນ ເທບທິດາ ລາຍການແລ່ນ 100 ແມັດ (ພິການສາຍຕາ ລະດັບ T13), ສະເພາະກີລາແລ່ນ-ລານ ແລະ ລອຍນໍ້າ ແມ່ນໄດ້ສິດທິພິເສດເຂົ້າຮ່ວມຈາກໂອແລັມປິກສາກົນ, ສ່ວນກີລາຢູໂດ ແມ່ນຕ້ອງຜ່ານການແຂ່ງຂັນເກັບຄະແນນຄັດເລືອກລະດັບສາກົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.