Breaking News

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສົ່ງສານຄວາມເຫັນອົກເຫັນໃຈຕໍ່ທ່ານນາຍົກ ສປຈີນ ແລະ ປະຊາຊົນຈີນຜູ້ປະສົບໄພນໍ້າຖ້ວມ

ຂ້າພະເຈົ້າ ໄດ້ຮັບຂ່າວດ້ວຍຄວາມເສົ້າສະຫລົດໃຈ ຕໍ່ໄພທຳມະຊາດ ທີ່ເກີດຂຶ້ນ ນັບແຕ່ຕົ້ນເດືອນກໍລະກົດ 2021 ເປັນຕົ້ນມາ, ທົ່ວປະເທດຈີນ ໄດ້ເລີ່ມເຂົ້າສູ່ສະພາບອາກາດມໍລະສຸມຮ້ອນອົບເອົ້າ ແລະ ຝົນຕົກຫນັກ ພາໃຫ້ເກີດມີໄພທໍາມະຊາດນ້ໍາຖ້ວມຢູ່ຫຼາຍແຂວງ, ເຂດ ແລະ ນະຄອນ ເປັນຕົ້ນແມ່ນ ຢູ່ນະຄອນຫຼວງປັກກິ່ງ, ນະຄອນຊົງຊິງ, ແຂວງເຫິເປີຍ, ແຂວງເຫີນານ, ແຂວງເສສວນ, ຢຸນໜານ, ເຂດມົງໂກລີໃນ ອັນໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫລາຍ, ສ້າງຄວາມເສຍຫາຍໃຫຍ່ຫລວງ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຈີນ ໃນເຂດດັ່ງກ່າວ.

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງສະຫາຍ ແລະ ຜ່ານສະຫາຍ ໄປຍັງພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງ ໂດຍສະເພາະຄອບຄົວຜູ້ປະສົບເຄາະຮ້າຍໃນຄັ້ງນີ້ດ້ວຍ.

ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການ ຊີ້ນໍາ ນໍາພາ ແລະ ດ້ວຍຄວາມເອົາໃຈໃສ່ຊ່ວຍເຫຼືອຢ່າງໃກ້ຊິດ ຂອງບັນດາສະຫາຍການນຳຂັ້ນສູນກາງ ກໍຄືອໍານາດການປົກຄອງທ້ອງຖິ່ນ, ສປ ຈີນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ສາມາດຟື້ນຟູສະພາບການ ໃຫ້ກັບຄືນສູ່ຄວາມປົກກະຕິໂດຍໄວ.

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ສົ່ງສານຄວາມເຫັນອົກເຫັນໃຈຕໍ່ທ່ານນາຍົກ ສປຈີນ ແລະ ປະຊາຊົນຈີນຜູ້ປະສົບໄພນໍ້າຖ້ວມນະຄອນຫຼວງວຽງຈັນ, ວັນທີ 22 ກໍລະກົດ 2021

ພັນຄຳ ວິພາວັນ ນາຍົກລັດຖະມົນຕີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.