ເຈົ້າເມືອງໆສອງຄອນ ໄດ້ໃຫ້ຮູ່ວ່າ: ຄົນເຈັບຊື່ ນາງ ນຸ້ນ,ອາຍຸ 16 ປີ, ອາຊີບ ເຮັດນາ, ບ້ານຢູ່ ທ່າແພ ເມືອງສອງຄອນ ແຂວງສະຫວັນນະເຂດ, ຢູ່ປະເທດໄທ ເຮັດງານບ້ານ (ເປັນແມ່ບ້ານ) ຢູ່ແຂວງອຸບົນຣາດຊະທານີ ເດີນທາງເຂົ້າມາທາງຂົວມິດຕະພາບ 2 ສະຫວັນນະເຂດ (ເຂົ້າມາຖືກຕ້ອງ)ຫຼັງຈາກກັບລາວວັນທີ 30 ມິຖຸນາ 2021 ຜົນກວດເປັນລົບ 2 ຄັ້ງບໍ່ມີອາການຫຍັງ ແລະນໍາຜູ້ກ່ຽວໄປກັກໂຕ 14 ວັນ, ວັນທີ 17 ກໍລະກົດ 2021 ໄດ້ຮັບອະນຸຍາດອອກຈາກສູນກັກກັນຂອງແຂວງ

