Breaking News

ປາດຕິໂທ້! ຄ່າໂດຍສານ ຈາກປາກເຊ -ນະຄອນຫຼວງວຽງຈັນ ຕັ້ງວ່າ 4 ແສນກີບແພງເກີນ

ຈາກຜູ້ໃຊ້ເຟສບຸກຊື່Lindavanh Mathouchanh  ໄດ້ໂພສວ່າ: ບໍ່ໄດ້ປະຈານເດີ້ ຂໍຮ້ອງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງຫລື ພາກສ່ວນຂັ້ນເທິງກວດສອບໃຫ້ແດ່ ຊ້ວງໂຄວິດກາຮູ້ຄົນຫາເງິນຍາກ ບໍ່ແມ່ນຈະມາເອີ້ນຂູດຮີດຄ່າລົດເມ ວຽງຈັນ-ປາກເຊ ຫລືປາກເຊ-ວຽງຈັນ ຈາກ170,000- 180,000 ມາຮອດວຽງຈັນຈະ

ມາເອີ້ນເອົາຕາມອຳເພີໃຈບໍ່ໄດ້ ເຖິງແມ່ບ້ານຂ້ອຍຊິເວົ້ານຳຄົນຂັບແນວໃດກາຮູ້ຢູ່ຄົນມັນເດືອດຮ້ອນບໍ່ມີເງິນເຂົາຢາກມາເຮັດວຽກເຂົາກາເວົ້າຫມົດຫັ້ນລະ ແຕ່ຂ້ອຍເປັນຄົນຈ່າຍໃຫ້ລາວກາຄວນເຫັນໃຈກັນ ຄົນທີ່ມາຊອກວຽກເຮັດງານທຳ ແມ່ບ້ານ ຫລືຄົນຕ່າງແຂວງນອກເມືອງ ເຂົາກາທຸກຍາກຂາດເຂີນບໍ່ມີເງິນ

ເຂົາຈຶ່ງມາຊອກວຽກເຮັດ ງານທຳ ຢູ່ວຽງຈັນ ຈະສວຍໂອກາດຊ້ວງໂຄວິດແບບນີ້ບໍ່ໄດ້ ແມ່ບ້ານຂ້ອຍກາມີເງິນຕິດໂຕມາ 200,000ກີບ ກາເຮັດໂພ້ດໂພກາເຈົ້າໂພ້ດ ຈົນໄດ້ໃຫ້ຂ້ອຍມາຈ່າຍໃຫ້ ແລະ ເອີ້ນເອົາ 400,000ກີບ ກາຢາກໃຫ້ພາກສ່ວນຂັ້ນເທິງ ຫລື ພາກສ່ວນທີ່ກ່ຽວຂ້ອງໄດ້ມາກວດສອບໃຫ້ແດ່ເດີ້ເພາະຂ້ອຍກາຈະເອົາແມ່ບ້ານມາອີກ 2ຄົນ ແລະພະນັກງານ 3ຄົນ

ມາແຕ່ສະຫວັນ ອີກ ກາເລີຍ ຢາກໃຫ້ກວດສອບໃຫ້ແດ່ ບໍ່ແມ່ນຈະສວຍໂອກາດ ເອີ້ນເອົາຍາມວິກິດແບບນີ້ ຄົນທຸກເຂົາກາຕາຍລະຕີ້ ເພາະຂ້ອຍກາຕ້ອງໄດ້ຫັກຄ່າເງິນເດືອນແມ່ບ້ານຄືກັນ ກາອີ່ຕົນເຂົາ ຄ່າເງິນຈ້າງລົດເມມາ400,000 ຢາກຂໍອ້ອນວອນໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ກວດສອບໃຫ້ແດ່ເດີ້ ເຫັນໃຈກັນແດ່ລົດເມຈອດຢູ່ຫລັກ 16 ແຖວປໍ້ານໍ້າມັນແຫ່ງ1ແປກໃຈວ່າເປັນຫຍັງບໍ່ເຂົ້າຄິວລົດສາຍໃຕ້ ຈື່ງຢາກເອີ້ນເທົ່າໃດກາໄດ້ຫວ໋າ? ແບບນິ ຢ່າງນ້ອຍ

ເກັບເພີ້ມ 50ພັນກາບໍ່ວ່າຫຍັງດ໋ອກ ອັນນີ້ເອີ້ນເອົາຕັ້ງ 400,000 ຂ້ອຍເຂົ້າໄປຢືນລົມໃນລົດເມ ເປັນ20-30ນາທີ ຕໍ່ 250,000ສາເນາະ ກາວ່າບໍ່ໄດ້ ບໍ່ບໍ່ ຊັ້ນ 300,000ເນາະ ກາວ່າບໍ່ໄດ້ 400,000 ຈະເອົາ4ແສນ ຢ່າງດຽວ ຄົນທຸກຍາກເຂົາຈຶ່ງມາຊອກວຽກເຮັດຫາເງິນຢູ່ວຽງຈັນ ກາອີຕົນເຂົາແດ່ ສົງໃສເຮັດນຳຫລາຍຄົນມາແລ້ວນິ ທີພະທີຈົວ ທີ່ເພິ່ນທີ່ໂຕ ບໍ່ແມ່ນຈະເອົາປຽບກັນໃນຊ້ວງເວລາແບບນີ້ຫນ້າທີ່ຈະເຫັນໃຈກັນ ໃນເວລາວິກິດໂຄວິດແບບນີ້ ຄົນມາຊອກວຽກເຮັດງານທຳຢູ່ໃນເມືອງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.