ຫລັງພົບຜູ້ຕິດເຊື້ ອທີ່ໄດ້ໄປເຄື່ອນໄຫວໃນຊຸມຊົນຫລາຍບ້ານ ຫນ່ວຍງານກ່ຽວຂ້ອງກໍ່ໄດ້ນຳຕົວຜູ້ກ່ຽວໄປຮັກສາ ແລ້ວ ແລະ ກໍ່ມີຄຳສັ່ງລ໊ອກດາວບ້ານທີ່ຜູ້ກ່ຽວໄດ້ໄປເຊີ່ງມີລາຍລະອຽດດັ່ງນີ້:
1. ກໍານົດເອົາບ້ານ ໂພນ ເປັນບ້ານທີ່ມີຄວາມສ່ຽງສູງທີ່ສຸດ, ຫ້າມບຸກຄົນພາຍໃນ ແລະ ພາຍນອກເດີນທາງເຂົ້າອອກບ້ານ ໃນໄລຍະທີ່ມີເຈົ້າຫນ້າທີ່ສະເພາະກິດປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິ ດ ລົງເກັບຕົວຢ່າງຊອກຫາຜູ້ຕິດເຊື້ອພາຍໃນບ້ານ.

2. ສໍາລັບບຸກຄົນໃດ ທີ່ໄດ້ໄປຮ່ວມໃສ່ບາດຢູ່ວັດບ້ານໂພນ ໃນວັນບຸນເຂົ້າພັນສາ ວັນທີ 24/7/2021 ໃຫ້ຮີບຮ້ອນ ແຈ້ງລາຍຊື່ ຕົນເອງໃຫ້ອົງການປົກຄອງບ້ານຂອງຕົນ ເພື່ອສັງລວມ ແລະ ລາຍງານໃຫ້ຄະນະສະເພາະກິດຂັ້ນ ເມືອງ, ພ້ອມທັງກັກໂຕເອງຢູ່ເຮືອນ ບໍ່ໃຫ້ອອກໄປສໍາພັດກັບບຸກຄົນອື່ນ ໃນໄລຍະ 7 ວັນ ເພື່ອລໍຖ້າເຈົ້າຫນ້າທີ່ສະເພາະກິດໄປເກັບເອົາຕົວຢ່າງ ເພື່ອຊອກຫາເຊື້ອພະຍາດໂຄວິ ດ
3. ສໍາລັບບ້ານໂພນ ໃຫ້ປິດຮ້ານອາຫານ, ຮ້ານກິນດື່ມ, ຮ້ານເສີມສວຍ, ຮ້ານຕັດຜົມ, ສັ່ງວຽນໄກຕີ, ຮ້ານສະນຸກເກີ ແລະ ສະຖານທີ່ອື່ນ ທີ່ມີການເຕົ້າໂຮມຈໍານວນຄົນຫຼາຍ. ສໍາລັບຮ້ານ ຂາຍຍົກ-ຂາຍຍ່ອຍ, ຕະຫຼາດສົດ ໃຫ້ ເປີດໄດ້ປົກກະຕິ ແຕ່ຕ້ອງ ໃສ່ຜ້າອັດປາກ-ອັດດັງ ຮັກສາໄລຍະຫ່າງ 1 ແມັດຂື້ນໄປ ແລະ ລ້າງມືດ້ວຍສະບູ ຫຼື ເຈວລ້າງມື ຢ່າງຄັກແນ່,
ໄປພ້ອມກັນນີ້ ຫ້າມຈັດງານງານໂຮມຊຸມຫນູນງານລ້ຽງສ້າງສັນທຸກຮູບແບບ, ຍົກເວັ້ນ ງານສົບ-ງານສົ່ງສະການແມ່ນອະນຸຍາດຈັດສະເພາະໃນຄອບຄົວ ແລະ ຍາດຕິພີ່ນ້ອງ ແຕ່ຕ້ອງປະຕິບັດຕາມມາດ ຕະການປ້ອງກັນຢ່າງເຂັ້ມງວດ.
ດັ່ງນັ້ນ ຈິ່ງອອກຄໍາສັ່ງສະບັບນີ້ ເພື່ອຮັບຊາບ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເດັດຂາດ.



