ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 25 ກໍລະກົດ 2021 ວ່າ:

ມາຮອດປັດຈຸບັນ ການລະບາດຮອບໃໝ່ ຈາກສາຍພັນເດວຕ້າ ໃນບັນດາປະເທດອ້ອມຂ້າງ ສປປ ລາວ ມີລາຍງານພົບສາຍພັນເດວຕ້າສູງເຖິງ 63% ຈຶ່ງເປັນສາເຫດໃຫ້ມີແຮງງານລາວຈຳນວນຫຼວງຫຼາຍ ກັບຄືນມາປະເທດຕາມຈຸດຜ່ານແດນຕ່າງໆ ໃນຂອບເຂດທົ່ວປະເທດ ແລະ ສຳລັບປະເທດຂອງພວກເຮົາ ກໍ່ໄດ້ມີການຕິດຕາມເຝົ້າລະວັງ ສາຍພັນທີ່ແຮງງານລາວຕິດເຊື້ອນຳເຂົ້າມາ ພົບສາຍພັນເດວຕ້າ ສູງເຖິງ 35%
ເຊິ່ງແຮງງານທີ່ຕິດເຊື້ອດັ່ງກ່າວທັງໝົດ ແມ່ນໄດ້ຮັບການປິ່ນປົວໃນໂຮງໝໍ ເຊິ່ງພາຍຫຼັງປິ່ນປົວຫາຍດີ 14 ວັນ ແມ່ນຈະຍັງສືບຕໍ່ຈຳກັດບໍລິເວນຕົນເອງຕື່ມອີກ 7 ວັນ. ພ້ອມນີ້, ສຳລັບແຮງງານທີ່ກັບມາແຕ່ປະເທດເພື່ອນບ້ານທີ່ກວດບໍ່ພົບເຊື້ອນັ້ນ ແມ່ນໄດ້ຖືກນຳສົ່ງຈຳກັດບໍລິເວນ ເປັນເວລາ 14 ວັນ ນຳບັນດາສູນຕ່າງໆ ພາຍໃນແຂວງຂອງຕົນ ແລະ ຈະມີການກວດຫາເຊື້ອ 2 ຄັ້ງ.

ກ່ອນຈະໃຫ້ອອກຈາກສູນ ເພື່ອໃຫ້ພວກກ່ຽວໄປສືບຕໍ່ຈຳກັດບໍລິເວນຕື່ມອີກ 7 ວັນ ຢູ່ເຮືອນຕົນເອງ (ສຳລັບຜູ້ມີເງື່ອນໄຂ) ແລະ ທີ່ສູນຈຳກັດບໍລິເວນຂອງເມືອງ ສຳລັບຜູ້ບໍ່ມີເງື່ອນໄຂ.ທ່ານກ່າວຕື່ມອີກວ່າ: ຕໍ່ກັບສະພາບການດັ່ງກ່າວ ຈຶ່ງສະເໜີໃຫ້ ບັນດາແຮງງານທັງຫຼາຍ ຫຼື ຍາດຕິພີ່ນ້ອງ ທີ່ໄປເຮັດວຽກຢູ່ປະເທດເພື່ອນບ້ານ ຖ້າມີຈຸດປະສົງຢາກກັບຄືນມາປະເທດ ກໍ່ໃຫ້ກັບມາໂດຍຖືກຕາມລະບຽບກົດໝາຍ ທີ່ທາງຄະນະສະເພາະກິດໄດ້ມີແຈ້ງການອອກມາ
