ສຳລັບຄົນທີ່ກຳລັງຈະໄດ້ສັກວັກຊີນໂຄວິດ ມາເບິ່ງວິທີກຽມຕົວເບື້ອງຕົ້ນໃຫ້ພ້ອມ ທັງເລື່ອງອາຫານການກິນ ແລະ ການເບິ່ງແຍງດູແລສຸຂະພາບອື່ນໆ.

ກ່ອນເຖິງມື້ນັດສັກວັກຊີນໂຄວິດ – 19 ຢາກໃຫ້ທຸກທ່ານກຽມພ້ອມທາງຮ່າງກາຍ ແລະ ຈິດໃຈ ດັ່ງນີ້
:1. ນອນຫລັບພັກຜ່ອນໃຫ້ພຽງພໍ ໃນໄລຍະ 2 – 3 ຄືນ ກ່ອນສັກວັກຊີນ ເພື່ອໃຫ້ຮ່າງກາຍຜ່ອນຄາຍ, ບໍ່ຄວນອົດນອນ ເພາະຈະກະຕຸ້ນໃຫ້ຫລອດເລືອດໃນຮ່າງກາຍຫົດໂຕໄດ້
.2. ບໍ່ຄວນອົດອາຫານ, ພະຍາຍາມເລືອກກິນອາຫານເພື່ອສຸຂະພາບ
.3. ຮັກສາສຸຂະພາບຮ່າງກາຍໃຫ້ແຂງແຮງ, ບໍ່ໃຫ້ປ່ວຍໄຂ້ ເພາະຖ້າປ່ວຍ ວັກຊີນຈະກະຕຸ້ນໄດ້ບໍ່ດີ ຫລື ອາດສົ່ງຜົນໃຫ້ພະຍາດທີ່ເປັນຢູ່ມີອາການຮຸນແຮງຂຶ້ນ.
4. ດື່ມນ້ຳຢ່າງໜ້ອຍ 500 – 1.000 ເຊເຊ (ປະມານ 3 – 5 ຈອກ) ໃນໄລຍະ 12 ຊົ່ວໂມງ ກ່ອນສັກວັກຊີນ ເພື່ອຊ່ວຍໃຫ້ຫລອດເລືອດຂະຫຍາຍ, ການຂັບຖ່າຍຂອງເສຍຕ່າງໆໃນຮ່າງກາຍກໍຈະດີຂຶ້ນ
5. ງົດອອກກຳລັງກາຍໜັກໆໃນໄລຍະ 2 ມື້ກ່ອນສັກວັກຊີນ.
6. ຜູ້ປ່ວຍທີ່ມີພະຍາດປະຈຳໂຕ ຫລື ພະຍາດຊ້ຳເຮື້ອ ຄວນກິນຢາປິ່ນປົວພະຍາດຕາມປົກກະຕິ ໂດຍປຶກສາແພດກ່ອນສັກວັກຊີນ ບໍ່ຄວນຢຸດຢາເອງ ຍົກເວັ້ນແພດແນະນຳໃຫ້ຢຸດຢາ ເພື່ອໃຫ້ໄດ້ຜົນດີຈາກການສັກວັກຊີນ
.7. ຄວນເວັ້ນໄລຍະຫ່າງຈາກວັກຊີນປ້ອງກັນໄຂ້ຫວັດໃຫຍ່ຢ່າງໜ້ອຍ 1 ເດືອນ. ສ່ວນການສັກວັກຊີນຊະນິດອື່ນໆແນະນຳໃຫ້ເວັ້ນໄລຍະຢ່າງໜ້ອຍ 2 – 4 ອາທິດ (ຂຶ້ນຢູ່ກັບຊະນິດຂອງວັກຊີນໂຄວິດ ແລະ ວັກຊີນທີ່ຕ້ອງການໃຊ້ຮ່ວມ ເພື່ອຫລີກເວັ້ນການເກີດປະຕິກິລິຍາຈາກການສັກວັກຊີນພ້ອມກັນ ແລະ ການລົບກວນການສ້າງພູມຕ້ານທານ).

ກ່ອນສັກວັກຊີນໂຄວິດ ຫ້າມກິນຫຍັງແດ່ ?
1.ເຄື່ອງດື່ມອານກໍຮໍ : ເພາະເຮັດໃຫ້ຮ່າງກາຍຂາດນ້ຳ ຫລື ມີອາການເມົາຄ້າງ ແລະ ອາດສົ່ງຜົນຂ້າງຄຽງທີ່ຮຸນແຮງຂຶ້ນ ເຊິ່ງຈະບໍ່ຮູ້ໄດ້ວ່າຜົນຂ້າງຄຽງທີ່ເກີດຂຶ້ນເປັນຍ້ອນລິດຂອງອານກໍຮໍ ຫລື ຜົນຈາກວັກຊີນ
.2. ເຄື່ອງດື່ມກາເຟອີນ ໄດ້ແກ່ : ຊາ, ກາເຟ, ໂກໂກ້, ນ້ຳອັດລົມ, ເຄື່ອງດື່ມຊູກຳລັງ ຄວນງົດຢ່າງໜ້ອຍ 1 ມື້ກ່ອນສັກວັກຊີນ ເພາະອາດເຮັດໃຫ້ຫລອດເລືອດຫົດໂຕຫລາຍຂຶ້ນ ຈຶ່ງເພີ່ມໂອກາດໄດ້ຮັບຜົນຂ້າງຄຽງຈາກວັກຊີນ.ຢາຫລຸດໄຂ້,
3. ຢາແກ້ປວດ : ຫາກມີໄຂ້, ບໍ່ສະບາຍ ຫ້າມກິນຢາແກ້ປວດ, ຢາຫລຸດໄຂ້ ກ່ອນໄປສັກວັກຊີນໂຄວິດ – 19 ເພາະຢາອາດໄປກົດສະພາບການອັກເສບຈົນບົດບັງການຕອບສະໜອງຂອງວັກຊີນ. ນອກຈາກນີ້, ຫາກມີອາການບໍ່ສະບາຍຫລັງສັກວັກຊີນ ອາດເຮັດໃຫ້ເກີດຄວາມສັບສົນໄດ້ວ່າເປັນອາການແພ້ວັກຊີນ ຫລື ເປັນອາການປ່ວຍທີ່ເປັນຢູ່ກ່ອນແລ້ວ.
4. ຢາແອສໄປຣິນ : ບໍ່ຄວນກິນຢາແອດໄປຣິນເພື່ອຫວັງຜົນປ້ອງກັນອາການເກັດເລືອດອັດຕັນຈາກການສັກວັກຊີນໂຄວິດ – 19 ເພາະອາການນີ້ບໍ່ໄດ້ເກີດຈາກວັກຊີນພຽງຢ່າງດຽວ, ແຕ່ຈະພົບໄດ້ໃນຄົນທີ່ມີເກັດເລືອດຕ່ຳຫລາຍໆ. ດັ່ງນັ້ນ, ການກິນແອສໄປຣິນໃນຄົນທີ່ມີເກັດເລືອດຕ່ຳຫລາຍໆຢູ່ແລ້ວອາດເຮັດໃຫ້ເກີດຜົນຂ້າງຄຽງຈາກວັກຊີນທີ່ຮຸນແຮງກ່ວາເກົ່າກໍເປັນໄດ້.
5. ຢາທີ່ມີຜົນເຮັດໃຫ້ຫລອດເລືອດແດງຫົດໂຕ ເຊັ່ນ : ຢາແກ້ປວດໄມເກຣນ, ຢາແກ້ອາການຕັນດັງ, ຢາຫລຸດນ້ຳມູກ (Pseudoephedrine), ຢາຕ້ານຊຶມເສົ້າກຸ່ມ SSRI ຫລື SNRI ຫາກເປັນໄປໄດ້ຄວນຫລີກເວັ້ນຢາກຸ່ມນີ້ໃນໄລຍະ 1 – 2 ມື້ກ່ອນສັກວັກຊີນ ຫລື ຫາກຈຳເປັນຕ້ອງກິນຄວນປຶກສາແພດກ່ອນ.ທ່ານໃດທີ່ຈະໄປສັກວັກຊີນໂຄວິດ – 19 ກໍກຽມໂຕໃຫ້ພ້ອມ, ກຽມໃຈໃຫ້ສະບາຍ, ພຶດຕິກຳໃດທີ່ຮູ້ຈະແຈ້ງແລ້ວວ່າທຳລາຍສຸຂະພາບແນ່ນອນ ເຊັ່ນ
: ການສູບຢາ, ການນອນເດິກ, ພັກຜ່ອນໜ້ອຍ, ກິນອາຫານບໍ່ມີປະໂຫຍດ ໃນໄລຍະກ່ອນໄປສັກວັກຊີນກໍລອງງົດພຶດຕິກຳເຫລົ່ານີ້ໄປກ່ອນ ເພື່ອຊ່ວຍໃຫ້ຮ່າງກາຍມີພູມຕ້ານທານເພີ່ມຂຶ້ນ.