Breaking News

ນີ້ແຫຼະ ຄຸນພະຊ່ວຍ ອພສ ແຂວງເຊກອງ ມອບເຄື່ອງ 17 ກວ່າລ້ານ ຊ່ວຍຕ້ານ ໂ ຄ ວິ ດ

ອົງການພຸດທະສາສະໜາສັມພັນລາວແຂວງເຊກອງ ໄດ້ມອບເຄື່ອງຊ່ວຍເຫຼືອທີ່ຈໍາເປັນຮີບດ່ວນໃຫ້ແກ່ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະຕ້ານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ແຂວງເຊກອງ ເຊິ່ງປະກອບມີຕຽງນອນ 9 ຫຼັງ, ເປນອນ 40 ຫຼັງ, ເສື່ອ 74 ຜືນ, ສາດ 48 ຜືນ, ຜ້າຫົ່ມ 29 ຜືນ, ໝອນ 50 ໜ່ວຍ, ມຸ້ງ 20 ດາງ , ນໍ້າດື່ມ 11 ແຟັກ ແລະເງິນສົດ 200.000 ກີບ ໂດຍລວມມູນຄ່າທັງໝົດ 17.525.000 ກີບ.

ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 27 ເມສາ 2021 ທີ່ໂຮງໝໍແຂວງເຊກອງ ເຊິ່ງຕ່າງໜ້າເຂົ້າຮ່ວມມອບເຄື່ອງໃນຄັ້ງນີ້ ມີພຣະປຣີຊາຈິຣັດຖິຕິຄຸນ (ບຸນຍືນ ບັ້ງທອງ) ຮອງເຈົ້າຄະນະແຂວງ, ພຣະປຣີຊາຣັດຕະນະທັມມຸນີ (ບຸນຍັງ ແກ້ວເມືອງຫຼວງ) ຄະນະປະຈໍາການ, ຫົວໜ້າກັມມາທິການສາທາຣະນູປະການ ແລະພຣະປຣີຊາປະທຸມມະຣັງສີວໍຣະທັມເມທີ (ປທ ບົວເງິນ ແສງມະນີລາດ) ຄະນະປະຈໍາການ, ຫົວໜ້າຫ້ອງການ ອພສ ແຂວງນອກນີ້ພ້ອມດ້ວຍຄະນະບໍລິຫານງານ ອພສ ແຂວງ.ຕ

ເຊິ່ງເປັນກຽດກ່າວຮັບໂດຍທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຫົວໜ້າກອງເລຂາສະເພາະກິດປ້ອງກັນ, ຄວບຄຸມ ແລະຕ້ານສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ຂັ້ນແຂວງ, ຮອງຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ທ່ານ ວິໄຊ ຈິດຕະວົງ ຮອງປະທານແນວລາວສ້າງຊາດແຂວງ, ທ່ານ ດຣ ເພັດສະໄໝ ເທບວົງສາ ອໍານວຍການໂຮງໝໍແຂວງ ພ້ອມດ້ວຍຄະນະສະເພາະກິດຂັ້ນແຂວງເຂົ້າຮ່ວມ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.