ຊົມເຊີຍ!!! ແຈ້ງຂ່າວດີ!!! ສປປລາວ ກຽມຕ້ອນຮັບ Sinopham ເພີ່ມອີກ 1ລ້ານໂດສ ຈາກ ສປ.ຈີນ

ແຈ້ງຂ່າວດີ ໃຫ້ທຸກທ່ານໄດ້ຮັບຊາບວ່າ ລັດຖະບານ ສປ.ຈີນ ແຈ້ງຊ່ວຍເຫຼືອ ສະໜອງຢາວັກຊີນ ປ້ອງກັນພະຍາດໂຄວິດ-19 ທີ່ຜະລິດໂດຍ [Beijing Institute Biological Products co.,LTD] #SINOPHARM ໃຫ້ແກ່ລັດຖະບານ ແຫ່ງ ສປປລາວ “ ຈໍານວນ 1 ລ້ານໂດສ ”ໃນໄວໆນີ້ …

ເຊິ່ງຂັ້ນຕອນຕ່າງໆ ສໍານັກງານທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດ ສປ.ຈີນ ປະຈໍາ ສປປລາວ ,ຄະນະກໍາມະທິການຮ່ວມມືລາວ-ຈີນ , ກະຊວງ ການຕ່າງປະເທດ ແຫ່ງ ສປປລາວ ແລະ ກະຊວງສາທາລະນະສຸກ ພວມກະກຽມວຽກງານ ດ້ານການຂົນສົ່ງ ເງື່ອນໃຂ ແລະ ລະບຽບການຈໍານວນໜຶ່ງຮ່ວມກັນ ,ຄາດວ່າທຸກຝ່າຍພວມຈະຈັດຕັ້ງປະຕິບັດໂດຍໄວທີ່ສຸດ
ສ່ວນດ້ານພິທີການຕ້ອນຮັບ ຈະອັບເດດໃຫ້ຊາບ ຜ່ານຊ່ອງທາງເພຈແອໂຣລາວ |ເພຈຂ່າວການບິນ
