ແຈ້ງເຕືອນນໍ້າຖ້ວມ ປະຈໍາວັນທີ 26 ກໍລະກົດ 2021ເວລາ 12:00 ໂມງ

ໃນເວລາ 8 ໂມງເຊົ້າ ຂອງວັນທີ 26 ກໍລະກົດ 2021 ລະດັບນໍ້າມະຫາໄຊ ແທກໄດ້ 13.56 ແມັດ (ເຂດລະວັງໄພ 14.00 ແມັດ) ນໍ້າຊອງ (ວັງວຽງ) ແທກໄດ້ 3.14 ແມັດ (ເຂດລະວັງໄພ 3.50 ແມັດ) ເຊໂດນ (ສຸວັນນະຄີລີ) ແທກໄດ້ 10.92 ແມັດ (ເຂດລະວັງໄພ 10.00 ແມັດ ແລະ ເຂດອັນຕະລາຍແມ່ນ 11.00 ແມັດ) ຂົວເຊ (ເຊບັ້ງໄຟ) ແທກໄດ້ 18.30 ແມັດ (ເຂດລະວັງໄພ 17.50 ເຂດອັນຕະລາຍ 18.50 ແມັດ) ແກ້ງກອກ (ເຊຈໍາພອນ) ແທກໄດ້ 7.96 ແມັດ (ເຂດລະວັງໄພ 7.50 ເຂດອັນຕະລາຍ 8.50 ແມັດ) ເນື່ອງຈາກສະພາບຝົນແມ່ນຍັງຈະສືບຕໍ່ຕົກໃນລະດັບປານກາງ ຫາ ຕົກໜັກຕື່ມອີກ ໃນໄລຍະ 1-2 ວັນຕໍ່ໜ້າ

ຊຶ່ງຍັງຈະເຮັດໃຫ້ລະດັບນໍ້າຕາມແມ່ນໍ້າສາຂາດັ່ງກ່າວຈະສືບຕໍ່ສູງຂຶ້ນໃກ້ລະວັງໄພ ແລະ ກາຍເຂດອັນຕະລາຍ ແລະ ຈະເຮັດໃຫ້ເກີດມີນໍ້າຖ້ວມ. ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງພາກກາງ ແລະ ພາກໃຕ້ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມແຄມເຊບັ້ງໄຟ, ເຊຈໍພອນ, ເຊໂດນ ແລະ ນໍ້າຊອງ ຈົ່ງມີສະຕິຕໍ່ສະພາບນໍ້າຖ້ວມຍຶ່ງແລະ ກຽມຍົກຍ້າຍ, ເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະອຸທົກກະສາດ ຢ່າງຕໍ່ເນື່ອງ.


