ແຂວງ ສະຫວັນນະເຂດ ວັນທີ 25/07/2021 ເວລາ 11:30 ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດວ່າມີ ເຫດແຂນຄໍເສຍຊີວິດ ເຂດ ບ້ານ ສອນໄຊ, ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ.

ໃນຈຸດເກີດເຫດ ຮັບແຈ້ງພົບຜູ້ເສຍຊີວິດ1ລາຍ, ເພດຊາຍ ທີ່ແຂນຄໍຕົນເອງເສຍຊີວິດ ຜູ້ເສຍຊີວິດ ຊື່ທ້າວ ກຽງທອງ ອາຍຸ 52 ປີ ອາຊີບ ກຳມະກອນ ປະຊາຊົນບ້ານ ສອນໄຊ, ນະຄອນໄກສອນພົມວິຫານ ສ່ວນສົບຜູ້ເສຍຊີວິດທາງ ທີມງານອາສາ ພວກເຮົາໄດ້ມ້ຽນຄາບສົບ ແລ້ວນຳສົ່ງປ່າຊ້າ ວັດດົງນາງໂຊ.

ສ່ວນລາຍລະອຽດການເສຍຊີວິດ ທາງເຈົ້າໜ້າທີ່ກຳລັງສືບສວນສອບສວນຕໍ່ໄປ ຂໍສະແດງຄວາມເສຍໃຈນຳຍາດຕິພີ່ນ້ອງຜູ້ເສຍຊີວິດ ແລະ ຂໍໃຫ້ວີນຍານຜູ້ເສຍຊີວິດໄປສູ່ພົບພູມທີ່ດີສາທຸໆໆ.
