#ຂໍຊົມເຊີຍ “ພໍ່ເມືອງ” ຈັງຫວັດມຸກດາຫານ ຈັດສະຖານທີ່ພັກເຊົາຊົ່ວຄາວ ໃຫ້ພີ່ນ້ອງຊາວລາວທີ່ຕົກຄ້າງຢູ່ຫນ້າດ່ານ.

ຜູ້ວ່າຣາດຊະກາຈັງຫວັດມຸກດາຫານ ທີ່ກຽມຕຽງນອນຊົ່ວຄາວເພື່ອຮອງຮັບພີ່ນ້ອງຊາວລາວທີ່ເດີນລໍຂ້າມແດນ ມຸກດາຫານ-ສະຫວັດນະເຂດວັນທີ 25 ກໍລະກົດທີ່ຜ່ານມາ ຈັງຫວັດມຸກດາຫານໄດ້ຈັດຈຸດພັກເຊົາໃຫ້ຄົນລາວທີ່ລໍຂ້າມຜ່ານແດນ.ຈາກມະຕິຄະນະກຳມະການໂລກຕິດຕໍ່ຈັງຫວັດມຸກດາຫານ ຄັ້ງທີ36/2564 ເມື່ອວັນທີ24 ກໍລະກົດ 21 ທີ່ຜ່ານມາໃຫ້ຈັດຫາທີ່ພັກເຊົາຊົ່ວຄາວ ກໍລະນີຄົນລາວທີ່ເດີນທາງຈາກກຣຸງເທບມະຫານະຄອນ ແລະ ປະລິມົນທົນ ເຖີງຈັງຫວັດມຸກດາຫານກ່ອນຈະເດີນທາງກັບ ແຂວງສະຫວັນນະເຂດ.

ໃນວັນທີ 24/7/21 ເວລາ 14:00 ນາທີ ທ່ານວີຣະໄຊ ນາກມາດ (นายวีระชัย นาคมาศ) ຜູ້ວ່າຣາດຊະການຈັງຫວັດມຸກດາຫານ ພ້ອມດ້ວຍຫນ່ວຍງານທີ່ກ່ຽວຂ້ອງ ລົງພື້ນທີ່ ກຽມຈຸດພັກເຊົາຊົ່ວຄາວໃຫ້ຄົນລາວ ກໍລະນີຄົນລາວທີ່ເດີນທາງ ຈາກກຣຸງເທບມະຫານະຄອນ ແລະ ປະລິມົນທົນ ເຖີງຈັງຫວັດມຸກດາຫານ ແລ້ວຕົກຄ້າງ ແລະ ຕ້ອງພັກຄ້າງຄືນໃນ ຈັງຫວັດມຸກດາຫານກ່ອນຈະເດີນທາງກັບ ແຂວງສະຫວັນນະເຂດ ສປປ.ລາວ ໃນວັນຖັດໄປ ໂດຍໄດ້ຮັບຄວາມອະນຸເຄາະໃຫ້ສະຖານທີ່ ຈາກ”ສະມາຄົມຊາວໄຮ່ອ້ອຍຈັງຫວັດມຸກດາຫານ” ໃກ້ບໍລິເວນຂົວມິດຕະພາບໄທ-ລາວ ແຫ່ງທີ່ 2 ມຸກດາຫານ-ສະຫວັນນະເຂດ ຊຶ່ງສາມາດຮອງຮັບໄດ້ປະມານ 80 ຄົນ.

ທ່ານວີຣະໄຊ ນາກມາດ(นายวีระชัย นาคมาศ)ຜູ້ວ່າຣາດຊະການຈັງຫວັດມຸກດາຫານ ກ່າວວ່າຂໍ້ມູນຄົນລາວເດີນທາງຈາກກຸງເທບມະຫານະຄອນ ແລະປະລິມົນທົນ ທີ່ຈະເດີນທາງອອກ ຣາຊະອານາຈັກ ຜ່ານດ່ານຂົວມິດຕະພາບໄທ-ລາວ ແຫ່ງທີ 2 ມີຈຳນວນ ວັນລະ 200-400 ຄົນ ແລະມີຄົນລາວທີ່ເດີນທາງມາຮອດມຸກດາຫານໃນຊ່ວງບ່າຍຫລັງຈາກດ່ານປິດ ຈຳເປັນຕ້ອງພັກຄ້າງຄືນ ແລະ ເດີນທາງອອກໃນວັນຖັດໄປ ຈັງຫວັດມຸກດາຫານຈຶ່ງໄດ້ຈັດທີ່ພັກເຊົາຊົ່ວຄາວ ໃຫ້ຄົນລາວໃນກໍລະນີດັ່ງກ່າວ ພ້ອມຈັດລົດບໍລິການ ຈາກອົງການສ່ວນຈັງຫວັດມຸກດາຫານ ຮັບສົ່ງຈາກຈຸດພັກເຊົາ ໄປດ່ານຂົວມິດຕະພາບໄທ-ລາວ ໃນຕອນເຊົ້າວັນຖັດໄປດ້ວຍ ທັງນີ້ເພື່ອປ້ອງກັນໂ ຄ ວິ ດ

Cr: สำนักงานประชาสัมพันธ์จังหวัดมุกดาหาร#ຂໍ້ມູນຈາກ:เล่าข่าวชาวมุกดาหาร#ໄລ່ຕາມກະແສຂ່າວ