ແນະນຳວິທີຮັກສາໜີ້ວໝາກໄຂ່ຫຼັງ ໂດຍອະທິບາຍວິທີລຸ່ມນີ້:
ຢາສະໝຸນໄພໂບຮານເຄີຍນຳໃຊ້ ແລະ ໄດ້ຜົນໃນການປິ່ນປົວລະບົບໜີ້ວໄຂ່ຫຼັງ ເຈັບຫຼັງ ເຈັບແອວ ເບົາຫວານ ແລະ ລະບົບຂໍ້ອີກດ້ວຍ ໃຫ້ຊອກເອົາຕົ້ນກ້ວຍທະນີ ທີ່ມີໜ້າຕ່າງປະມານ 15-20 ຊມ (ບໍ່ທັນເກີດປີ ແລະ ເປັນໝາກມາກ່ອນ) ຕັດປະໄວ້ສູງປະມານ 1-1.20 ແມັດ ເພື່ອເປັນການປະຫຍັດ ໄວ້ເຮັດໄດ້ຫຼາຍເທື່ອ ຕັດຮອນລົງ ຈົນກວ່າຕົ້ນກ້ວຍ ຈະຈຳດິນ ຈຶ່ງເຊົາ ວິທີເຮັດໃຫ້ຕິດຕາມ ຄຳແນະນຳດັ່ງລຸ່ມນີ້ :
1)ຕັດຕົ້ນກ້ວຍ ຈົ່ງປະໄວ້ປະມານ 1-1.20 ແມັດ (ຕາມຮູບ) ເຈາະຮູເປັນໂກນ ປະໄວ້ແລ້ວ ເອົານ້ຳຕານກ້ອນໃສ່ (ຖ້າມີເບົາຫວານກໍບໍ່ຈຳເປັນໃສ່)
2)ໃຫ້ເອົາຖ້ວຍແກ້ວ ຫຼື ພາຊະນະໃດໜຶ່ງທີ່ເໝາະສົມ ມາກວບໄວ້ເພື່ອຮັກສາຄວາມສະອາດ, ປະໄວ້ປະມານ 2 ຊມ ຫຼື ໄວ້ຄ້າງຄືນຍິ່ງດີ



3)ເວລາກິນກໍ່ຄວນໃຊ້ພາຊະນະສະອາດ ຕກອອກໄວ້ກິນ ຫຼື ດີສຸດ ແມ່ນໃຊ້ທໍ່ດູດກິນຍິ່ງດີ ພາຍຫຼັງກິນໝົດແລ້ວ ເຮັດຄືນຕາມທີ່ກ່າວໄວ້ໃນລຸ່ມນີ້