Breaking News

ຄົນເຈັບ ຜູ້ຕິດເຊື້ອ ຢູ່ແຂວງ ວຽງຈັນ ໄດ້ກັບບ້ານທັງໝົດແລ້ວ

ຄົນເຈັບ ຜູ້ຕິດເຊື້ອໂຄວິດ ຢູ່ແຂວງ ວຽງຈັນ ໄດ້ກັບບ້ານທັງໝົດແລ້ວ.

ພິທີມອບ-ຮັບ ຄົນເຈັບທີ່ຕິດເຊື້ອພະຍາດ ໂຄວິດ-19 ຢູ່ແຂວງວຽງຈັນ ໄດ້ຈັດຂື້ນທີ່ຫ້ອງປະຊຸມພະແນກ ສາທາລະນະສຸກ ແຂວງ ວຽງຈັນ.

ພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ວຽງຈັນ, ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ຄວບຄຸມ ການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ທ່ານ ດຣ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກ ສາທາລະນະສຸກ ແຂວງ, ທີມແພດ ແລະ ນາຍບ້ານເຂົ້າຮ່ວມ.

ດຣ ຈັນຫອມ ຄອນສະຫວັນ ຫົວໜ້າ ທີມຄຸ້ມຄອງກໍລະນີຄົນເຈັບ ຢູ່ສູນປີ່ນປົວ ໄດ້ລາຍງານການປີ່ນປົວ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ.

ສູນປິ່ນປົວຄົນເຈັບ COVID-19 ແຂວງວຽງຈັນ ມີຄົນເຈັບເຂົ້ານອນໂຮງໝໍຮອບທີ2 ແຕ່ວັນທີ 27/6/2021 ມາຮອດປະຈຸບັນ ທັງໝົດ 50 ກໍລະນີ ບ້ານ ໃຫມ່ 21 ກໍລະນີ, ບ້ານ ນາເລົາ 16 ກໍລະນີ, ບ້ານ ໜອງປຸງ 5 ກໍລະນີ, ບ້ານ ຫຼັກ 52 ມີ 3 ກໍລະນີ, ບ້ານນາບອນ 2 ກໍລະນີ , ບ້ານ ສີວິໄລ 1 ກໍລະນີ, ບ້ານ ໂນນຄໍ້ໃຕ້ 1 ກໍລະນີ ແລະ ບ້ານ ບົວ 1 ກໍລະນີ

ໂດຍມີ ເພດຍິງ 20 ກໍລະນີ , ຊາຍ 30 ກໍລະນີ. ກຸ່ມອາຍຸທີ່ພົບ : ເດັກອາຍຸຕໍ່າກ່ວາ 5 ປີ ມີ 5 ກໍລະນີ, ອາຍຸ 5 ຫາ 14 ປີ ມີ 9 ກໍລະນີ, ອາຍຸ 15ປີ ຫາ 59 ປີມີ 35 ກໍລະນີ ແລະ ອາຍຸ 60 ປີ ຂື້ນໄປ 1 ກໍລະນີ, ອາຍຸຕ່ຳສຸດ 6 ເດືອນ ແລະ ສູງສຸດ 75 ປີ.

ພິເສດ: ເຮົາມີຄົນເຈັບ ( ທ. ລີໂອ ອາຍຸ 03 ປີ ເປັນລູກຂອງ ນ. ແຫຼ້ ແລະ ທ. ທອງໃບ ບ້ານ ໜອງປຸງ ຈາກຜົນກວດ 3 ຄັ້ງ ຜົນເປັນລົບ )

ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງ ວຽງຈັນ, ຫົວໜ້າຄະນະສະເພາະກິດ ຕ້ານ ແລະ ຄວບຄຸມ ໂຄວິດ-19 ຂັ້ນແຂວງ ໄດ້ມີຄຳຄິດຄຳເຫັນຕໍ່ພິທີ ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ທີມແພດໝໍ, ຄະນະສະເພາະກິດ ແລະ ການຈັດຕັ້ງຂັ້ນຕ່າງໆ ທີ່ໄດ້ເອົາໃຈໃສ່ ໃນການຕ້ານ ແລະ ຄວບຄຸມ ການລະບາດຂອງພະຍາດດັ່ງກ່າວ ຢູ່ໃນທ້ອງຖີ່ນ, ຊຸມຊົນ ແລະ ພາຍໃນແຂວງ,ສືບຕໍ່ ມອບໃຫ້ອົງການປົກຄອງບ້ານ, ຫ້ອງການສາທາເມືອງ ຕິດຕາມການເກັບໂຕຂອງຄົນເຈັບທີ່ອອກໂຮງໝໍໄປແລ້ວ ເພື່ອປະຕິບັດຕາມມາດຕະການ ຂອງການປີ່ນປົວຢ່າງເຂັ້ມງວດ.

ຮຽກຮ້ອງມາຍັງທຸກພາກສ່ວນ ຕ້ອງເຝົ້າລະວັງການລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະບັນດາຄວາມສ່ຽງຕ່າງໆທີ່ຈະເກີດຂື້ນ ຍ້ອນການລະບາດຂອງບັນດາປະເທດໃກ້ຄຽງທີ່ມີໂຕເລກເພີ່ມຂື້ນ, ຊາວແຂວງວຽງຈັນ ຈົ່ງພ້ອມກັນສືບຕໍ່ຕ້ານ ແລະ ຄວບຄຸມພະຍາດ ໂຄວິດ-19 ບໍ່ໃຫ້ມີການແຜ່ລະບາດໃນ ແຂວງວຽງຈັນຕື່ມອີກ.

ໂດຍ : ທີມຂ່າວ ແຂວງ ວຽງຈັນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.