Breaking News

ຮີບຮ້ອນສົ່ງແພດພ້ອມອາສາສະໝັກລົງຊ່ວຍແຂວງພາກໃຕ້ຮັບມືກັບ ໂຄວິດ

ຄືທີ່ໄດ້ລາຍງານຂ່າວຢ່າງຕໍ່ເນື່ອງໃນແຕ່ລະວັນ ສະຖານະການໂຄວິດ-19 ຢູ່ປະເທດເຮົາ ການລະບາດໃນຊຸມຊົນໄດ້ຫຼຸດໜ້ອຍລົງ ແລະບໍ່ມີການລະບາດແລ້ວ ແຕ່ແຮງງານທີ່ກັບມາຈາກປະເທດໃກ້ຄຽງຍັງມີຫຼາຍ ແລະມີຜູ້ຕິດເຊື້ອຈຳນວນຫຼາຍໃນກຸ່ມນີ້ ໂດຍສະເພາະບັນດາແຂວງພາກໃຕ້ ເພື່ອເປັນການຊ່ວຍແບ່ງເບົາບັນແດາແຂວງເຫຼົ່ານັ້ນ ຄະນະສະເພາະກິດຂັ້ນສູນກາງໄດ້ມີທິດຊີ້ນຳໃຫ້ກະຊວງສາທາລະນະສຸກຮີບຮ້ອນຈັດກຳລັງຄົນ ແລະອຸປະກອນການແພດລົງຊ່ວຍເຫຼືອຢ່າງໄວທີ່ສຸດ.

ຕາມການປະຊຸມໃນຕອນເຊົ້າ ວັນທີ 23 ກໍລະກົດ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ໄດ້ປະຊຸມທາງໄກ (Video Conference) ຮ່ວມກັບຄະນະສະເພາະກິດບັນດາແຂວງ ແລະ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບ ຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ COVID-19.

ທີ່ປະຊຸມແມ່ນໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ສືບຕໍ່ເພີ່ມທະວີຄວາມຮັບຜິດຊອບຂອງຕົນ ຢ່າງສຸດຂີດ, ຮັບປະກັນໃຫ້ທິດຊີ້ນຳລວມສູນ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ທ່າແຮງຂອງທ້ອງຖິ່ນ ໃຫ້ແທດເໝາະ ກັບສະພາບຕົວຈິງ ໃນການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.