ໜ້າເປັນຫ່ວງ ສປປ ລາວ ມີພະນັກງານດ່ານໜ້າທີ່ປະຕິບັດໜ້າທີ່ຕິດເຊື້ອໂຄວິດ ເຖິງ 50 ຄົນ !!!

ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 30 ກໍລະກົດ 2021 ວ່າ

ສປປ ລາວ ພົບການຕິດເຊື້ອໃນພະນັກງານດ່ານໜ້າທີ່ປະຕິບັດໜ້າທີ່ໃນການປ້ອງກັນ ແລະ ປີ່ນປົວຄົນເຈັບ ໃນບັນດາແຂວງສູງເຖີງ 50 ຄົນ ເຊິ່ງແຂວງທີ່ຕິດເຊື້ອຫຼາຍກ່ວາໝູ່ແມ່ນນະຄອນຫຼວງວຽງຈັນ (24 ຄົນ), ຮອງລົງມາແມ່ນແຂວງຈຳປາສັກ (19 ຄົນ) ໃນຈຳນວນ 50 ຄົນ ທີ່ຕິດເຊື້ອ, 64% ແມ່ນມີອາການສະແດງອອກ ແລະ

ສ່ວນຫຼາຍແມ່ນພະນັກງານແພດໝໍ ມີຈໍານວນ 39 ຄົນ, ພະນັກງານເຮັດວຽກຢູ່ສູນຈຳກັດບໍລິເວນ 6 ຄົນ ແລະ ພະນັກງານປະຈຳດ່ານ 5 ຄົນ.