ຜູ້ທີ 1: ເພດຍິງ, ອາຍຸ 70 ປີ, ບ້ານນາໂພ, ເມືອງລອງ, ແຂວງໄຊສົມບູນ, ຜູ້ກ່ຽວມີ ພະຍາດປະຈໍາໂຕ: ມະເຮັງທໍ່ມີອັກເສບໄລຍະສຸດທ້າຍ, ຜ່ານມາບໍ່ໄດ້ສັກວັກຊີນກັນ ໂຄວິດ-19. ວັນທີ 27 ກັນຍາ 2011 ເຂົ້ານອນປິ່ນປົວຢູ່ໂຮງຫມໍແຂວງ.
ວັນທີ 28 ກັນຍາ 2011 ນໍາສົ່ງມາປິ່ນປົວຢູ່ໂຮງຫມໍມະໂຫສົດ ແລະ ເມື່ອມາຮອດ ໄດ້ກວດ ຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ, ວັນທີ 5 ຕຸລາ 2001 ໄດ້ ກວດຕົວຢ່າງໂຄວິດ-19 ແລະ ຜົນກວດອອກມາເປັນຜົນລົບ.

ໃນມື້ດຽວກັນນັ້ນ ຜູ້ກ່ຽວກໍ່ໄດ້ຜ່າຕັດມະເຮັງທໍ່ນໍ້າບີອັກເສບໄລຍະສຸດທ້າຍ, ວັນທີ 10 ຕຸລາ 2021: ຄອບຄົວຈື່ງໄດ້ພາກັບມາບ້ານ ເພື່ອສະດວກໃນການຕິດຕາມຄົນເຈັບຢ່າງໃກ້ຊິດ ໃກ້ຊິດ ແລະ ເຂົ້ານອນປິ່ນປົວ ຢູ່ໂຮງຫມໍເມືອງລ້ອງຊານ, ວັນທີ 12 ຕຸລາ 2011 ໄດ້ ເກັບຕົວຢ່າງມາກວດຊອກຫາເຊື້ອພະຍາດໂຄວິດ-19.
ວັນທີ 15 ຕຸລາ 2011 ຜົນກວດຕົວຢ່າງແມ່ນພົບເຊື້ອ, ມາຮອດເວລາ 15:30ໂມງ ຜູ້ກ່ຽວໄດ້ເສຍຊີວິດຢູ່ໂຮງຫມໍ ເມືອງລ້ອງຊານ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ
