ທ່ານ ນາຍົກລັດຖະມົນຕີ ຢ້ຽມຢາມໂຮງໝໍພາກສະໜາມ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ ແລະ ສູນກັກກັນແຮງງານລາວ ທີ່ແຂວງສະຫວັນນະເຂດ

ໃນໂອກາດທີ່ໄດ້ມາເຄື່ອນໄຫວຕິດຕາມ ຊຸກຍູ້ ການປະຕິບັດມາດຕະການປ້ອງກັນຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ 19 ຢູ່ບັນດາແຂວງ ພາກໃຕ້ຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ,ພ້ອມບັນດາທ່ານ ລັດຖະມົນຕີ,ຮອງລັດຖະມົນຕີ ກະຊວງຕ່າງໆ ທີ່ກ່ຽວຂ້ອງ ໃນວັນທີ 29 ກໍລະກົດ 2021 ນີ້,ທ່ານ ແລະຄະນະພ້ອມດ້ວຍການນຳຂອງແຂວງ ໂດຍມີທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ,ມີທ່ານຮອງເລຂາພັກແຂວງ,ທ່ານຮອງເຈົ້າແຂວງ,ພະແນກການອ້ອມຂ້າງແຂວງ ໄດ້ລົງຢ້ຽມຢາມ ແລະຕິດຕາມເບິ່ງການ ປະຕິບັດມາດຕະການປ້ອງກັນໂຄວິດ ຢູ່ສູນກັກກັນ ແຮງງານລາວ

ທີ່ກັບມາຈາກປະເທດໄທ ທີ່ພວມມີການລະບາດຂອງ ພະຍາດໂຄວິດ 19 ຢູ່ແຂວງສະຫວັນນະເຂດ,ໃນນີ້ແມ່ນໄດ້ລົງເບິ່ງ ຢູ່ສູນກັກກັນສະໜາມກິລາຫຼັກ4 ເຊິ່ງເປັນສູນໃຫຍ່ ມີແຮງງານທີ່ກັກກັນຫຼາຍກວ່າ 1 ພັນຄົນ,ຈາກນັ້ນກໍ່ໄດ້ໄປຢ້ຽມຢາມ ເພື່ອໃຫ້ກຳລັງໃຈພະນັກງານແພດໝໍ ລວມທັງຄົນເຈັບທີ່ໂຮງໝໍພາກສະໜາມ ປິ່ນປົວພະຍາດໂຄວິດ 19 ຫຼັກ 9 ນະຄອນໄກສອນ ພົມວິຫານ,ໂດຍທ່ານໄດ້ສະແດງຄວາມຊົມເຊີຍຕໍ່ພະນັກງານ ແພດໝໍ,ເຈົ້າທີ່ທຸກຄົນ ທີ່ເຮັດໜ້າທີ່ ຂອງຕົນຈົນສຸດຄວາມສາມາດ,ມີຄວາມອົດທົນ,ພ້ອມທັງຮຽກຮ້ອງໃຫ້ ມີການຮັກສາແລະປ້ອງກັນຕົນເອງໃຫ້ດີທີ່ສຸດ ເພື່ອບໍ່ໃຫ້ຕິດເຊື້ອພະຍາດໂຄວິດ 19,ສ່ວນແຮງງານລາວ

ທີ່ກັບຈາກປະເທດເພື່ອນບ້ານ ຜູ້ທີ່ຕິດເຊື້ອ ແລະ ກຳລັງປິ່ນປົວກໍ່ຕ້ອງມີຄວາມອົດທົນ,ພະຍາຍາມຮັກສາກົດລະບຽບຂອງສູນຢ່າງເຄັ່ງຄັດ,ເພາະວ່າຜ່ານມາ ລັດຖະບານພວກເຮົາ ກໍ່ໄດ້ມີນະໂຍບາຍສູງ ອະນຸຍາດໃຫ້ຄົນລາວທີ່ໄປເຮັດວຽກ ຢູ່ປະເທດເພື່ອນບ້ານ ເຖິງວ່າການໄປ ຈະບໍ່ຖືກຕ້ອງ ແຕ່ການ ກັບຄືນຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ,ເພື່ອຫຼີກເວັ້ນການແຜ່ລະບາດຂອງເຊື້ອພະຍາດ ສູ່ຍາດພີ່ນ້ອງ,ສູ່ຄອບຄົວ ແລະສັງຄົມ.

(ໃນນີ້ມີເດັກນ້ອຍຕໍ່າກວ່າ 5 ປີ 144 ຄົນ, ແມ່ຍິງຖືພາ 15 ຄົນ ແລະ ແມ່ມີລູກນ້ອຍກຳລັງກິນນົມ 50ຄົນ) ທີ່ກໍາລັງກັກກັນຢູ່ໃນບັນດາສູນດັ່ງກ່າວ ໃນນັ້ນ ເປັນແຮງງານຕ່າງແຂວງ ຈໍານວນ 298 ຄົນມາຈາກ 11 ແຂວງ ຫຼາຍກວ່າໝູ່ແມ່ນ 03 ແຂວງຄື: ສາລະວັນ 157 ຄົນ, ແຂວງຄໍາມ່ວນ 82 ຄົນ ແລະ ຈໍາປາສັກ 28 ຄົນ. ຍ້ອນສະພາບຄວາມແອອັດ ແລະ ເພື່ອເປັນການຫຼີກລ້ຽງບໍ່ໃຫ້ມີການລະບາດພາຍໃນສູນກັກກັນ, ທາງແຂວງຈຶ່ງໄດ້ລະບາຍແຮງງານ ທີ່ໄດ້ຜ່ານການກວດກັ່ນກອງບໍ່ພົບເຊື້ອແລ້ວລົງໄປສືບຕໍ່ກັກກັນຢູ່ສູນຂອງເມືອງທີ່ມີທ່າແຮງຄວາມສາມາດໃນການຈັດຕັ້ງປະຕິບັດ, ມີຢູ່ 04 ເມືອງຄື:
ເມືອງ ຈຳພອນ, ເມືອງ ສອງຄອນ, ເມືອງໄຊພູທອງ ແລະ ເມືອງອຸທຸມພອນ. ພ້ອມນີ້ກໍ່ໄດ້ມີການກະກຽມໂຮງໝໍພາກສະໜາມສອງແຫ່ງເພື່ອປິ່ນປົວຜູ້ຕິດເຊື້ອຄື: ແຫ່ງທີໜຶ່ງນຳໃຊ້ອາຄານວິທະຍາໄລວິທະຍາສາດສຸຂະພາບ ສາມາດບັນຈຸ ໄດ້ 140 ຕຽງ, ແຫ່ງທີ່ສອງ ຢູ່ຫຼັກ 9 ນຳໃຊ້ອາຄານຂອງໂຮງງານເກົ່າຢູ່ເຂດເສດຖະກິດພິເສດ ທີ່ບໍ່ໄດ້ມີການເຄື່ອນໄຫວ ສາມາດຮອງຮັບຜູ້ປິ່ນປົວໄດ້ 1.400 ຕຽງ, ລວມທັງໝົດ 1.540 ຕຽງ, ປັດຈຸບັນໄດ້ນໍາໃຊ້ແລ້ວຈໍານວນ 1.358 ຕຽງ.
ຂ່າວ: ອັກສອນສິນ ພົມມະຈັນພາບ: ລຳເງິນ ອາດສະດາຈັນ#savannakhet #Mediala