Breaking News

RIP ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເຊື້ອໂຄວິດ19 ຈາກໄປແລ້ວ ຢູ່ປະເທດອິນເດຍ

RIP ພຣະອາຈານ ສຸກມີໄຊ ສີສຸກຂະລາດ ພຣະສົງລາວທີ່ຕິດເຊື້ອໂຄວິດ19 ທີ່ປະເທດອີນເດຍ ໄດ້ມໍລະນະພາບແລ້ວ ເວລາ 20:00 ໂມງ, ຂອງວັນທີ 29 ກໍລະກົດ 2021ສ່ວນພິທີຊາປະນະກິດ ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ19

ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນຜູ້ຮັບຜິດຊອບແລະດຳເນີນງານ ນັບແຕ່ມື້ອື່ນເປັນຕົ້ນໄປ

ພຣະອາຈານ ສຸກມີໄຊ ສີສຸກຂະລາດ ຊຶ່ຫລີ້ນວ່າ(ພຣະຈອນນີ້) ແມ່ນມີແຕ່ໂຕຜູ້ດຽວພໍ່ແມ່ ໄດ້ເສຍຊີວິດກ່ອນໜ້ານີ້ຫມົດແລ້ວ ສ່ວນພຣະອາຈານເປັນພຣະປະຈຳຢູ່ວັດປ່າທັມມະລົມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເດີນທາງໄປປະຕິບັດສາສະນະກິດ ທີ່ວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນໄລຍະເວລາ 3 ປີແລ້ວ,

ພຣະອາຈານ ເລີ່ມມີອາການ ມີຄວາມຮູ້ສຶກບໍ່ສະບາຍ ແຫນ້ນຫນ້າອົກ ຫາຍໃຈບໍ່ສະດວກ, ແລ້ວໄດ້ໄປກວດຫາເຊື້ອພະຍາດໂຄວິດ19 ໃນວັນທີ 10/07/2021, ຜົນກວດອອກມາເປັນບວກ ແລ້ວນຳຕົວເຂົ້າຮັກສາຢູ່ໂຮງໝໍຄໍເລັກ ເປັນໂຮງຫມໍເອກະຊົນ ທີ່ເມືອງຄະຍາ ປະເທດອີນເດຍ,

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.