Breaking News

ດ່ວນ ຖຶກຈັບແລ້ວ ຍ້ອນເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ

ທ້າວ ເຕ່ ຖືກ ກັກຕົວ ຫຼັງຈາກເຈົ້າໜ້າທີ່ ໄດ້ຊອກຫາເປັນເວລາ 1 ເດືອນ ຂໍ້ຫາ ການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ

ພາຍຫຼັງທີ່ ທ້າວ ເຕ່ ໄດ້ລັກເອົາຄົນເຂົ້າປະເທດ ໃນຄັ້ງວັນທີ 26 ມີຖຸນາ 2021 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສັງທອງ ໄດ້ຊອກນຳຕົວ ເພື່ອແນະນຳຜູ້ກ່ຽວເຂົ້າສູນກັກກັນ ແຕ່ຜູ້ກ່ຽວບໍ່ໃຫ້ການຮ່ວມມື. ຈົນມາຮອດວັນທີ 27 ກໍລະກົດ 2021 ເຈົ້າໜ້າທີ່ຈິ່ງສາມາດກັກຕົວໄດ້ ໃນຂໍ້ກ່າວຫາການເອົາຄົນເຂົ້າປະເທດຢ່າງຜິດກົດໝາຍ ທີ່ຜູ້ກ່ຽວໄດ້ລັກລອບໄປເອົາຄົນມາແຕ່ປະເທດໄທ ແລ້ວເອົາຕົວຫຼົບໜີ, ປັດຈຸບັນ ເຈົ້າໜ້າທີ່ພວມທຳການສືບສວນ-ສອບສວນ.ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວ ເຕ່ ໄດ້ຮັບສາລະພາບວ່າ:

ໃນຄັ້ງວັນທີ 26 ມິຖຸນາ ຜ່ານມາ ຕົນໄດ້ຮັບຄ່າຈ້າງຈຳນວນ 500.000 ກີບ ຈາກ ທ້າວ ເບີດ ຢູ່ບ້ານຄົກເພີງ ໃຫ້ຕົນຂ້າມໄປຮັບຜູ້ຍິງຄົນ 1 (ບໍ່ຮູ້ຊື່) ຢູ່ທ່ານ້ຳ ບ້ານຜາແດງ ເມືອງສັງຄົມ ແຂວງໜອງຄາຍ (ປະເທດໄທ). ຈາກນັ້ນຕົນໄດ້ຊວນໝູ່ອີກຄົນ 1 ໄປນຳ ຊື່ ທ້າວ ເຄັງ ອາຍຸ 25 ປີ ຢູ່ບ້ານຄົກເພີງ ໄດ້ພາກັນຂີ່ເຮືອຂ້າມໄປຮັບເອົາຜູ້ຍິງຄົນດັ່ງກ່າວ ໃນເວລາ 5:00 ໂມງເຊົ້າ ຂອງວັນທີ 26 ມິຖຸນາ 2021 ແລ້ວພາມາສົ່ງຂຶ້ນທ່ານ້ຳເຊີ່ງກັບເຮືອນຂອງ ທ້າວ ເບີດ ບ້ານຄົກເພີງ ແລະ ບໍ່ຮູ້ອີກວ່າ ທ້າວ ເບິດ ໄດ້ພາຜູ້ຍິງຄົນນັ້ນໄປໃສ, ສ່ວນພວກຕົນ ກໍ່ໄດ້ເອົາເຮືອໄປຊຸກເຊື່ອງໄວ້ແລ້ວພາກັນກັບເມື່ອເຮືອນ,

ພໍຮອດເຮືອນ ນາງ ບີ ຜູ້ເປັນເມຍຂອງຕົນໄດ້ບອກວ່າມີເຈົ້າໜ້າທີ່ມາຖາມຫາ ຕົນຮູ້ສຶກຢ້ານ ຈິ່ງໄດ້ພາເມຍຫຼົບໜີໄປເຊົ່າຫ້ອງແຖວຢູ່ບ້ານໂພນສະຫວັນ ເມືອງຊະນະຄາມ ແຂວງວຽງຈັນ. ຕົກມາຮອດວັນທີ 27 ກໍລະກົດ 2021 ພວກຕົນໄດ້ພາກັນກັບຄືນມາບ້ານ ຈິ່ງຖືກເຈົ້າໜ້າທີ່ກັກຕົວໄວ້.

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ນວ ໃຫ້ຮູ້ວ່າ: ທ້າວ ເບີດ ທີ່ເປັນຄົນວ່າຈ້າງ ທ້າວ ເຕ່ ໃຫ້ຂ້າມໄປເອົາຜູ້ຍິງມາຈາກປະເທດໄທນັ້ນ ຖືກເຈົ້າໜ້າທີ່ໄດ້ກັກຕົວກ່ອນໜ້ານີ້ ໃນວັນທີ 12 ກໍລະກົດ 2021 ໃນຂໍ້ຫາ ຄ້າຂາຍຢາເສບຕິດ ແລ້ວໄດ້ນໍາສົ່ງໃຫ້ ຄ້າຍຄຸມຂັງ-ດັດສ້າງ ປກສ ນວ (ນາໄຫນາໂນ), ພ້ອມດ້ວຍຂອງກາງຢາບ້າ 12.000 ເມັດ, ສ່ວນຜູ້ຍິງທີ່ ທ້າວ ເຕ່ ເອົາຂ້າມມາຈາກປະເທດໄທ ເຈົ້າໜ້າທີ່ ປກສ ເມືອງສັງທອງ ພວມປະສານນຳ ຄ້າຍຄຸມຂັງ-ດັດສ້າງ ປກສ ນວ, ເພື່ອສອບສວນ ທ້າວ ເບີດ ຊອກຫາຜູ້ຍິງຄົນດັ່ງກ່າວ.

ຊົມຄິຼຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.