#ຈາກການທີ່ ຕມ.ຈວ.ມຸກດາຫານລະບຸວ່າ: ຕາມທີ່ມີການແຊຣ໌ຂໍ້ຄວາມໃນສື່ສັງຄົມອອນລາຍໂດຍລະບຸວ່າ ຄົນຕ່າງດ້າວສັນຊາດລາວທີ່ເດີນທາງກັບປະເທດ ຜ່ານຊ່ອງທາງ ຕມ.ຈັງຫວັດມຸກດາຫານ ຖືກຍືດໂທລະສັບມືຖື ແລະ ມີການເກັບເງີນຄົນລະ 1,000 – 2,000 ບາດນັ້ນ.

#ຕມ.ຈັງຫວັດມຸກດາຫານ ອອກມາຊີ້ແຈງຂໍ້ເທັດຈິງແລ້ວ ເລື່ອງດຣາມ່າໃນສື່ສັງຄົມອອນລາຍ (ລາວ)

*ງານສົ່ງກັບຄົນຕ່າງດ້າວ ຕມ.ຈັງຫວັດມຸກດາຫານ ຂໍຊີ້ແຈງຂໍ້ເທັດຈິງດັ່ງນີ້:
1. ກໍລະນີການຍືດໂທລະສັບມືຖື ສືບເນື່ອງຈາກສະຖານະການທີ່ ທີ່ຄົນຕ່າງດ້ວສັນຊາດລາວເຂົ້າມາຕິດຕໍ່ເພື່ອເດີນທາງກັບດັ່ງກ່າວມີຄົນຕ່າງດ້າວສັນຊາດລາວມາລວມກັນເປັນຈຳນວນຫລາຍ (ວັນລະ 200 ຫາ 300 ຄົນ)ເຊີ່ງຈະຕ້ອງຢູ່ລວມກັນໃນລະຫວ່າທີ່ເຂົ້າສູ່ກະບວນການຄັດແຍກເພື່ອການຜັກດັນສົ່ງກັບ.




#ເຊີ່ງຕມ.ຈວ.ມຸກດາຫານ ເຄີຍໄດ້ຮັບຂໍ້ມູນວ່າ ມີຄົນແອບອ້າງຕົວເປັນເຈົ້າຫນ້າທີ່ຮຽກຮັບຜົນປະໂຫຍດຈາກຄົນຕ່າງດ້າວ ເຊີ່ງຂະນະນີ້ຢູ່ໃນລະຫວ່າງການສືບສວນຕິດຕາມຕົວຜູ້ທີ່ແອບອ້າງດັ່ງກ່າວມາດຳເນີນຄະເຕາມກົດຫມາຍຕໍ່ໄປ.ຕມ.ຈວ.ມຸກດາຫານ ຍິນດີທີ່ຈະໃຫ້ຄວາມຊ່ວຍເຫລືອຄົນຕ່າງດ້າວສັນຊາດລາວ ໃນການເດີນທາງກັບປະເທດຕາມລະບຽບ ແລະ ກົດຫມາຍ ພາຍໃຕ້ມາດຕະການຄວບຄຸມໂລກ

ຫາກມີຂໍ້ສົງໃສໃນການປະຕິບັດ ບໍ່ໄດ້ຮັບຄວາມສະດວກ ຫລື ບໍ່ໄດ້ຮັບ ຄວາມເປັນທຳ ໂປດແຈ້ງ ຕຳຫລວດກວດຄົນເຂົ້າເມືອງມຸກດາຫານເລກທີ 333 ຫມູ່ 7 ບ້ານຄຳຜັກຫນອກ ຕຳບົນບາງຊາຍໃຫຍ່ ອຳເພີ ມຸກດາຫານ (ລະຫັດໄປສະນີ 49000) ໂທ/ແຟກ 042 674 072 ຫລື ໂທເບີມືຖື 092 867 5066

#ทางเพจ: ขออนุญาติแปลเป็นภาษาลาว เพื่อจะให้พี่น้อง ส.ปปลาว เข้าใจได้ง่าย