Breaking News

ສາຍພັນເດລຕາ ຮ້າຍກາດ ລະບາດໄປອີກ 3 ແຂວງຂອງຈີນ

ເຊື້ອໂຄວິດ ເດລຕາ ອາດກາຍເປັນຕົວແປໃໝ່ຂອງການຄວບຄຸມການລະບາດຂອງເຊື້ອໂຕສິດໃນຈີນ ໂດຍຫຼ້າສຸດມີລາຍງານວ່າ

ການຕິດເຊື້ອກາຍພັນເດລຕາໃນຈີນ 3 ແຂວງຂອງຈີນປະເຊີນກັບການລະບາດຂອງເຊື້ອກາຍພັນເດລຕາຕື່ມອີກ 3 ແຂວງ ໂດຍກ່ຽວຂ້ອງກັບກໍລະນີໃນສະໜາມບິນທາງຕາເວັນອອກ ທີ່ກວດພົບຄົນພານໃນສະໜາມບິນ ໜານຈິງ ຕິດເຊື້ອໂຄວິດ-1 9 ສາຍພັນເດລຕາ 9 ຄົນເມື່ອວັນທີ 20 ກໍລະກົດທີ່ຜ່ານມາ.

ໂດຍນັບແຕ່ການພົບເຊື້ອໃນສະໜາມບິນກໍມີລາຍງານຜູ້ຕິດເຊື້ອໃນມົນທົນຈຽງຊູແລ້ວ 171 ຄົນ ແລະ ຍັງມີການລະບາດໄປຍັງແຂວງຕ່າງໆ ອີກ ໂດຍສະເພາະແຂວງທີ່ຢູ່ຕິດກັບຊາຍແດນມຽນມາ ຊຶ່ງມີການລະບາດໜັກຢູ່ໃນເວລານີ້.ສ່ວນໃນແຂວງ ເສສວນ ມີລາຍງານຜູ້ຕິດເຊື້ອໃໝ່ 3 ຄົນໃນວັນພະຫັດທີ່ຜ່ານມາ,

ສ່ວນໃນນະຄອນຫຼວງປັກກິງພົບຜູ້ຕິດເຊື້ອແລ້ວ 1 ຄົນ ຊຶ່ງເປັນຄົນທຳອິດໃນຮອບ 6 ເດືອນ ໂດຍຜູ້ຕິດເຊື້ອຄົນນີ້ອາໄສຢູ່ຍ່ານຊານເມືອງນະຄອນປັກກິ່ງ ຊຶ່ງມີຜົນເປັນບວກຫຼັງຈາກກັບຈາກເທດສະການຮູບເງົາທີ່ຈັດຂຶ້ນຢູ່ຈຸດທ່ອງທ່ຽວຊື່ດັງທາງຕອນກາງຂອງຈີນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.