Breaking News

ຈັບໄດ້ແລ້ວຄົນສ້ໍໂກງຊັບ ພົນລະເມືອງ ເກືອບ 400ລ້ານດກີບ

ອີງຕາມການຖະແຫລງຂ່າວ ຂອງ ທ່ານ ພັທ ພອນໃຈ ພາມຸງຄົນ ຮອງຫົວໜ້າ ກອງບັນຊາກອງ ປກສ ເມືອງຈັນທະບູລີ ໃນວັນທີ 30 ກໍລະກົດ 2021 ໃຫ້ຮູ້ວ່າ: ຕົ້ນເດືອນ ມີນາ 2021 ທີ່ຜ່ານມາ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍຈໍານວນຫລາຍວ່າຖືກ ນາງ ວັນນະພອນ ສໍ້ໂກງຊັບໄປ.

ຫລັງຈາກນັ້ນເຈົ້າໜ້າທີ່ຕໍາຫລວດຈຶ່ງໄດ້ດຳເນີນການ ເກັບກຳຂໍ້ມູນຫລັກຖານຢ່າງລະອຽດຊັດເຈນ ວັນທີ 31 ມີນາ 2021 ເຈົ້າໜ້າທີ ປກສ ຈຶ່ງໄດ້ຮຽກຕົວ ນາງ ວັນນະພອນ ມາສອບສວນ ຜ່ານການສອບສວນຕົວຈິງຜູ້ກ່ຽວໄດ້ຮັບສາລະພາບວ່າ:

ຕົນເອງໄດ້ສ້າງຂໍ້ມູນເທັດຂຶ້ນມາແທ້ ໂດຍອ້າງວ່າ: ຈະມີເງິນກອງທຶນຊ່ວຍເຫລືອຈາກຕ່າງປະເທດເພື່ອມາຊ່ວຍເຫລືອປະຊາຊົນທີ່ທຸກຍາກ ແລະ ຈະມີເງິນເຂົ້າມາເປັນຈໍານວນຫລວງຫລາຍ, ຖ້າຫາຜູ້ໃດຢາກໄດ້ແມ່ນ ໃຫ້ມາລົງທະບຽບຜູ້ລະ 500.000 ກີບ ແລ້ວຈະໄດ້ເງິນຊ່ວຍເຫລືອ ໂດຍການໂອນເງິນເຂົ້າບັນຊີຂອງຜູ້ມາລົງທະບຽນ 50.000 ໂດລາສະຫະລັດຕໍ່ຄົນ ເມື່ອປຸກລະດົມຫລາຍຄັ້ງ ຈຶ່ງເຮັດໃຫ້ຜູ້ເສຍຫາຍຫລົງເຊື່ອ ຈຶ່ງໄດ້ເອົາຊັບສິນຂອງຕົນໄປຂາຍແລ້ວນໍາເອົາເງິນຈໍານວນດັ່ງກ່າວໄປລົງທະບຽບ ແລະ ໄດ້ລົງທະບຽນຕົກເປັນຈໍານວນ 780 ຄັ້ງ, ລວມເປັນເງິນທັງໝົດ 390.000.000 ກີບ. ແລະ ໄດ້ຊັກທອດເຖິງຜູ້ຮ່ວມຂະບວນການອີກ 2 ຄົນຄື: ທ້າວ ວົງກົດ ອາຍຸ 60 ປີ ອາຊີບກຳມະກອນ ຢູ່ບ້ານນາໄຮ່ ເມືອງຫາດຊາຍຟອງ ແລະ ທ້າວ ພອນສະຫວັນ ອາຍຸ 60 ປິ, ອາຊີບຄ້າຂາຍ ຢູ່ໄຊສົມບູນ ເມືອງໄຊທານີ ນະຄອນຫລວງວຽງຈັນ.

ເຈົ້າໜ້າທີ່ພະແນກຕໍາຫລວດ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ຈຶ່ງໄດ້ກັກຕົວທັງ 2 ຄົນ ມາທຳການສວບສວນເພີ່ມ, ຜ່ານການສືບສວນ-ສອບສວນ ພວກກ່ຽວທັງສອງໄດ້ຮັບສໄດ້ຮ່ວມກັນຕົວະຍົວະຫລອກລວງຮ່ວມກັບ ນາງ ວັນນະພອນ ແທ້, ສ່ວນເງິນທັງໝົດທີ່ໄດ້ມານັ້ນ ພວກກ່ຽວທັງ 3 ຄົນ, ໄດ້ແບ່ງປັນກັນເອົາໄປໃຊ້ຈ່າຍ.

ຕໍ່ເຫດການດັ່ງກ່າວເຈົ້າໜ້າທີ່ສາມາດເກັບກູ້ຄືນຊັບທີຖືກສໍ້ໂກງໄປນັ້ນ ຄືນມາໄດ້ຄື: ເງິນໂດລາ 1300 ໂດລາ, ເງິນກີບ 10 ລ້ານກີບ, ຄໍາ 4 ບາດເຄິ່ງ ພ້ອມດ້ວຍລົດຕູ້ 1 ຄັນ ແລະ ໄດ້ມອບຄືນໃຫ້ຜູ້ເສຍຫາຍແລ້ວ ສ່ວນພວກກ່ຽວທັງ 3 ຄົນ ຈະຖືກດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.