Breaking News

ຕ້ອງໄດ້ຂຶ້ນທະບຽນເດີ້ ໃຜທີ່ຄ້າຂາຍອອນລາຍ ກົດໝາຍໃໝ່ອອກມາແລ້ວ ບໍ່່່ປະຕິບັດ​ ຈະຖຶກປັບໄໝ

ສັງຄົມມະນຸດໃນປັດຈຸບັນ ຖືເປັນສັງຄົມອອນລາຍໄປແລ້ວ, ຕື່ນເຊົ້າມືນຕາຂຶ້ນມາ ຕ້ອງກວດເບິ່ງ ເຟສບຸກ, ຮັບ-ເສບຂໍ້ມູນຂ່າວສານ ຜ່ານອອນລາຍ, ຈະສັ່ງອາຫານ ຫລື ຊື້ຂາຍ ສິນຄ້າ ແລະ ການບໍລິການ ກໍສາມາດເຮັດໄດ້ໂດຍຜ່ານອອນລາຍ. ດັ່ງນັ້ນ ລັດຈຶ່ງຕ້ອງສ້າງນິຕິກຳເພື່ອໃຫ້ສອດຄ່ອງກັບການປ່ຽນແປງຂອງສັງຄົມ ໂດຍການອອກດຳລັດວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລວ, ລົງວັນທີ 12 ເມສາ 2021 ເພື່ອຄຸ້ມຄອງການຊື້ຂາຍອອນລາຍ ຫລື ສິ່ງທີ່ເອີ້ນວ່າ ການຄ້າທາງເອເລັກໂຕຣນິກ.

ຕາມດຳລັດສະບັບດັ່ງກ່າວ ໄດ້ໃຫ້ນິຍາມການຄ້າທາງເອເລັກໂຕຣນິກ ວ່າ ແມ່ນການຊື້ ຂາຍ, ການແລກປ່ຽນສິນຄ້າ ຫລື ການບໍລິການ ລະຫວ່າງ ຜູ້ຄ້າ ແລະ ລູກຄ້າ ໂດຍນໍາໃຊ້ຊ່ອງທາງເອເລັກໂຕຣນິກ.ດຳລັດສະບັບນີ້ ໄດ້ກຳນົດໃຫ້ ຜູ້ຄ້າ ຊຶ່ງໝາຍເຖິງ ບຸກຄົນ ຫລື ນິຕິບຸກຄົນ ທີ່ດຳເນີນການຂາຍ ສິນຄ້າ ຫລື ການບໍລິການທາງເອເລັກໂຕຣນິກ ຕ້ອງແຈ້ງຂຶ້ນທະບຽນນໍາຂະແໜງອຸດສາຫະກຳ ແລະ ການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ເພື່ອເກັບກຳຂໍ້ມູນ ແລະ ຕິດຕາມການເຄື່ອນໄຫວ ຕາມລະບຽບກົດໝາຍ.

ສຳລັບ ບຸກຄົນ ຫລື ນິຕິບຸກຄົນ ທີ່ໄດ້ດຳເນີນການຄ້າຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ຫລື ການຄ້າໃນຕະຫລາດເອເລັກໂຕຣນິກ ກ່ອນດຳລັດສະບັບນີ້ ຕ້ອງແຈ້ງການດຳເນີນທຸລະກິດ ພາຍໃນ 90 ວັນ ນັບແຕ່ວັນທີ່ດຳລັດສະບັບນີ້ມີຜົນບັງຄັບໃຊ້ ເປັນຕົ້ນໄປ.ຖ້າບໍ່ມາແຈ້ງຕາມກຳນົດເວລາດັ່ງກ່າວ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການ.

ຕາມການສຶກສາ ຫາຂໍ້ມູນຂອງພວກເຮົາ Phomsoupha & Son Law ເຫັນວ່າ: ມາດຕະການທາງກົດໝາຍ ທີ່ສາມາດລົງໃສ່ຜູ້ລະເມີດດຳລັດສະບັບນີ້ ມີຫລາຍລະດັບ ນັບແຕ່ ການກ່າວຕັກເຕືອນ, ສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສຍຫາຍທາງແພ່ງ ຫລື ລົງໂທດທາງອາຍາ ຕາມແຕ່ລະກໍລະນີ ເບົາ ຫລື ໜັກ.

ມາດຕະການໜັກສຸດ ຄົງໜີບໍ່ມົ້ມ ມາດຕາການທາງອາຍາ ຕາມຫລັກການທີ່ໄດ້ກຳນົດໄວ້ໃນມາດຕາ 297 ຂອງປະມວນກົດໝາຍອາຍາ ປີ 2017 : ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ທີ່ບັນຍັດໄວ້ວ່າ:ບຸກຄົນໃດ ຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫລື ເຄື່ອນໄຫວທຸລະກິດ ໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ 3 ເດືອນ ຫາ 1 ປີ ຫລື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 10.000.000 ກີບ.

ຈາກ: Phomsoupha & Son Law

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.