ເຈົ້າໜ້າທີ່ຍືນຍັນ! ບໍ່ມີການສວຍໂອກາດຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູ ຢູ່ຕະຫຼອດຫ້ວຍຫົງ ຕາມການແຈ້ງຂ່າວຈາກສັງຄົມ

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ຫຼັງຈາກທີ່ເຈົ້າໜ້າທີ່ໄດ້ຮັບລາຍງານຈາກສັງຄົມ ວ່າມີການສວຍໂອກາດຂຶ້ນລາຄາໄຂ່ໄກ່ ແລະ ຊີ້ນໝູຢູ່ຕະຫຼາດຫ້ວຍຫົງ ແລະ ຕະຫຼາດໂພນສະຫວ່າງ.

ປກສ ນວ ຈຶ່ງໄດ້ຮີບຮ້ອນມອບໝາຍໃຫ້ພະແນກຕຳຫຼວດປ້ອງກັນເສດຖະກິດ ຫ້ອງຕຳຫຼວດ ປສກ ນວ ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ນວ ລົງກວດສອບ ແລະ ຍັງໄດ້ສືບຕໍ່ຈັດຕັ້ງປະຕິບັດກວດກາລາຄາສິນຄ້າຢູ່ຕະຫຼາດ ນັບແຕ່ເວລາ 8:00ໂມງ ຫາ 17:00ໂມງ ຂອງວັນທີ 25 ເມສາ 2021 ໄດ້ທັງໝົດ 7 ແຫ່ງຄື:

1 ຕະຫຼາດສວນມອນ,
2 ຕະຫຼາດທົ່ງພານທອງ,
3 ຕະຫຼາດໜອງຈັນ,
5 ຕະຫຼາດອົດຊີ,
6 ຕະຫຼາດຫ້ວຍຫົງ,
7 ຕະຫຼາດໂພນສະຫວ່າງ
ຜ່ານການກວດກາເຫັນວ່າ ບໍ່ມີຄວາມຈິງ ແລະ ຕະຫຼາດອື່ນໆ ກໍ່ຍັງຂາຍລາຄາໃນເກນປົກກະຕິແລະຫາກມີບຸກຄົນ ຫຼື ກຸ່ມຄົນໃດລະເມີດ ຖ້າເຈົ້າໜ້າທີ່ຊອກຮູ້ກວດພົບ ຈະໄດ້ນຳໃຊ້ມາດຕະການທາງດ້ານບໍລິຫານ ແລະ ກົດໝາຍຢ່າງບໍ່ມີຂໍ້ຍົກເວັ້ນ,

ພົບເຫັນແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ
ທີ່ມາ
