ຄະນະສະເພາະກິດແຂວງວຽງຈັນ ມອບເຄື່ອງໃຫ້ຜູ້ຈໍາກັດບໍລິເວນຢູ່ບັນດາສູນພາຍໃນແຂວງ

ວັນທີ 31ກໍລະກົດ 2021 ດຣ ອິນປອນ ມະນີແສງ ຮອງຄະນະສະເພາະກິດໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະໃນນາມຕາງ ໜ້າໃຫ້ການນຳຂອງແຂວງວຽງຈັນໄດ້ລົງຕິດຕາມຊຸກຍູ້ສູນຈຳກັດບໍລິເວນແຮງງານລາວທີ່ມາຈາກປະເທດເພື່ອບ້ານແລະໄດ້ມອບຖົງຢັງຊີບໃຫ້ແກ່ແຮງງານທຸກຄົນ ໃນສູນຊະ ນະຄາມ 45 ຄົນ, ສູນໂພນໂຮງ 26ຄົນ, ສູນເມືອງໝື່ນ 25 ຄົນ ແລະສູນເມືອງເຟືອງ7ຄົນ ລວມ 103 ຄົນ.

ແຕ່ລະຖົງປະກອບມີ ຖ້ວຍ,ບ່ວງ,ຈອກ, ຜ້າຫົ່ມ, ຜ້າປູ,ແພເຊັດໜ້າ,ຜ້າອັດປາກ, ສະບູ, ແພັບ, ຢາສະຫົວ, ຢາ ສີຟັນ+ແປງ, ມຸ້ງ, ເຈ້ຍອະນາໄມ, ໝີ່ແລະອື່ນໆ ຫຼາຍຢ່າງ ມູນຄ່າ 350.000 ກີບ ມີທັງໝົດ 200 ຖົງ ມູນຄ່າລວມ 70 ລ້ານກີບ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ

ລາວ-027(ລຸກຊຳບວກ)ປະຈຳແຂວງວຽວຈັນ ການສະ ໜັບສະໜູນໃນຄັ້ງນີ້ແມ່ນເປັນການປະກອບສ່ວນຊ່ວຍພັກ-ລັດເວົ້າລວມ, ເວົ້າສະເພາະແມ່ນຊ່ວຍການນຳຂອງແຂວງວຽງຈັນໃນການໂຕ້ຕອບການແຜ່ລະບາດຂອງພະຍາດໂ ຄ ວິ ດ
