ໂພສຖືກໃຈຜູ້ຍິງຈາກ Kongkeo Sengaloun ຖ້າໂປ່ງໃສ ສິໄປທາງໃດກະບໍ່ກັງວົນ
ຕັ້ງແຕ່ຄົບກັນມາໃໝ່ໆ ແຟນໃນຕອນນັ້ນ ຫຼື ເມຍໃນຕອນນີ້ ບໍ່ເຄີຍໄດ້ສໍ້ ແລະ ບໍ່ຈຳເປັນໂທນຳ ຕອນຂ້ອຍອອກບ້ານ. ບາງຄັ້ງເມຍຍັງບອກໃຫ້ໄປຫຼິ້ນແດ່ຢູ່ບ້ານຫຼາຍແລ້ວທີ່ເປັນແບບນີ້ ຍ້ອນຂ້ອຍໂປ່ງໃສ ບໍ່ມີພຶດຕິກຳມັກຫຼິ້ນໂລເລໃຫ້ເສຍຄອບຄົວ. ອີກຢ່າງ ກິດຈະກຳຍາມຫວ່າງຂ້ອຍ ເປັນອິຫຍັງທີ່ເຮັດຢູ່ບ້ານເຊັ່ນ: ຫຼິ້ນເກມ, ຫຼິ້ນດົນຕີ, ອ່ານປື້ມ,ງົມຢູ່ກັບລົດ ກະທໍ່ນີ້.ຈາກປະສົບການໂຕຈິງທີ່ນັ່ງໃນວົງເຫຼົ້າ ປັນຫາທີ່ອ້າຍນ້ອງຊາຍຫຼາຍຄົນແກ້ກັນບໍ່ຕົກຈົນທຸກມື້ນີ້ຄື ຕ້ອງໄດ້ກັບບ້ານທັ້ງໆທີ່ບໍ່ຢາກກັບ! ເມຍໂທນຳໃຫ້ກັບບ້ານ! ເມຍຫ້າມບໍ່ໃຫ້ອອກບ້ານ! ແລະອື່ນໆອີກທີ່ເຮັດໃຫ້ບັນດາອ້າຍນ້ອງຊາຍຮູ້ສຶກຕິດຄຸກ ຫຼັງຈາກແຕ່ງງານໄປ. ຂ້ອຍເລີຍຊອກຫາຄຳຕອບຢູ່ໄລຍະໜຶ່ງ ແລ້ວກໍພົບວ່າ:

1 ອ້າຍນ້ອງຊາຍເຮົາ ມັກສ້າງຊື່ສຽງໃນດ້ານລົບ ໂດຍສະເພາະແມ່ນການຄົບຊ້ອນ, ເຊື່ອງເລັກເຊື່ອງນ້ອຍກ່ອນການແຕ່ງງານ ຫຼື ຫຼັງແຕ່ງງານ ພໍຖືກຈັບໄດ້ ເລີຍຖືກຕິດຕາມໜັກກວ່າເກົ່າ ຊະນິດທີ່ວ່າ find my iPhone ຍັງບໍ່ແລ້ວ ຍັງມີບັນດາແມ່ສ່ຽວທັງຫຼາຍລາຍງານເປັນໄລຍະອີກ ລັດສະໝີໃນຕົວເມືອງ ວາງເປັນຈຸດຕາມຮ້ານນ້ອຍ-ໃຫຍ່ທົ່ວໄປ ພົບເຫັນຕົວຕອນໃດ ວ໋ອດແອ໋ບລາຍງານເລີຍ2 ປະລະໜ້າທີ່ຂອງຫົວໜ້າຄອບຄົວ ໂດຍສະເພາະແມ່ນການເບິ່ງແຍງເມຍ-ລູກ ເຮັດວຽກກະໜັກແລ້ວ ແຕ່ພໍມີເວລາຫວ່າງ ພັດເອົາໄປໃຫ້ໝູ່ຈົນໝົດ ເມຍ ແລະ ລູກ ເລີຍທວງຂໍຄວາມສຳຄັນຄືນ ໂດຍການປະທ້ວງໜັກ ແລະ ໃຊ້ກົດໄອຍະການເສິກ ກັກບໍລິເວນ3 ຖ້າການກັກບໍລິເວນບໍ່ສຳເລັດຜົນ ຈະເພິ່ມມາດຕະການຂຶ້ນຕຶ່ມ ຄືການຕິດຕາມແບບໃກ້ຊິດ ໄປເຕະບານ ສິໄປນັ່ງເບິ່ງ! ໄປກິນເບຍ ສິໄປກິນນຳ! ໄປຮ້ອງໂອເກະ ໂອ້ພໍດີເລີຍ ມື້ນີ້ຢາກຮ້ອງເພງ

ວິທີແກ້ງ່າຍໆ1 ເຊົາລົງທຶນໄລຍະສັ້ນ ຫັນມາລົງທຶນໄລຍະຍາວ ມີເມຍຄົນດຽວພໍແລ້ວ ເອົາໃຈໃສ່ໃນຍາມຈຳເປັນ ແລະ ເຮັດໜ້າທີ່ຜົວ ຫຼື ພໍ່ໃຫ້ຫຼ້ອນໜ້າທີ່. ຟັງດີໆ ບໍ່ຈຳເປັນປ້ອນນົມລູກ ແຕ່ໃຫ້ຮູ້ຈັກຕີນົມໃຫ້ລູກໄດ້, ບໍ່ຈຳເປັນລ້າງກົ້ນໃຫ້ລູກ ອູ້ມໄປຫ້ອງນໍ້າໃຫ້ ເມຍກະດີໃຈແລ້ວ!!ບໍ່ຈຳເປັນລ້າງຖ້ວຍຖູເຮືອນກວາດບ້ານ ເອົາເຄື່ອງນຸ່ງໂຕເອງໃສກະຕ່າຊັກເຄື່ອງໃຫ້ເປັນລະພໍ ເພາະຜູ້ຍິງຮູ້ໜ້າທີ່ຂອງເຂົາ ແຕ່ພຽງແຕ່ຢາກໃຫ້ເຈົ້າຊ່ວຍແບ່ງເບົາຊື່ໆ2 ເປີດໃຈເປີດເຜີຍ ບໍ່ປິດເຄື່ອງ! ເມຍຢາກໂທນຳ ກະຮັບສາຍໃຫ້, ເມຍຖາມວ່າຢູ່ໃສ ບອກພິກັດເລີຍ, ແຕ່ຖ້າເມຍຖາມວ່າຢູ່ກັບໃຜ ບອກເມຍວ່າ “ນຳມາເບິ່ງເອົາ”!! (ບໍ່ຈຳເປັນຖ່າຍວິດິໂອ ຫຼື ບອກຊື່ສະມາຊິກ ເສຍເວລາຍົກຈອກ) ຖ້າໂປ່ງໃສແທ້ ເຮົາບໍ່ຈຳເປັນລົບລີ້. ເມຍຈະນຳມາບໍ່ເກີນ 5ເທື່ອດອກ

3 (ອັນນີ້ສຳຄັນຫຼາຍ) ບອກເມຍກ່ອນລ່ວງໜ້າ ໜຶ່ງຫຼືສອງມື້ (ສົ່ງຂໍ້ຄວາມບອກດີທີ່ສຸດ) ກ່ອນຈະມີງານ ຫຼື ຕ້ອງໄດ້ປະຕິບັດໜ້າທີ່ໝູ່ຢູ່ນອກບ້ານ. ບອກໄປເລີຍ ສິໄປໃສ່ ຢູ່ໃສ ໄປນຳໃຜ ມື້ໃດ ໄປຈັກໂມງ ແລະ ຕ້ອງຖາມເມຍພ້ອມວ່າ ສິໄປນຳບໍ່? ເມື່ອຮອດມື້ອອກບ້ານ ຖ້າເມຍຖາມຄືນ ໃຫ້ເອົາຂໍ້ຄວາມເກົ່າໃຫ້ເບິ່ງ!4 (ອັນນີ້ສົ່ງເສິມຄວາມສຳພັນທີ່ດີ) ເປັນຜົວເມຍ ຕ້ອງຮູ້ຈັກໃຊ້ເວລາຫວ່າງ ແລະ ເຮັດກິດຈະກຳຮ່ວມກັນ ຢ່າຄິດເລິກ ບໍ່ແມ່ນ 18+ ຜູ້ຂຽນໝາຍເຖິງ ໃຫ້ຜົວ ຫຼື ເມຍ ເປັນສ່ວນໜຶ່ງໃນເວລາ ແລະ ກິດຈະກຳຂອງເຮົາ.ໄປທ່ຽວນຳກັນ, ກິນດຶ່ມຮ່ວມກັນ, ຍ່າງເລາະຊ໋ອບປິ້ງນຳກັນ ຢ່າສ້າງກຳແພງໂດຍການບອກວ່າ ມີເມຍ ບໍ່ມ່ວນ ຫຼື ຜົວມາ ພັນລະຍາເຊັງ ເພາະການກີດກັນໂດຍຄຳເວົ້າ ຈະເຮັດໃຫ້ພຶດຕິກຳກີດກັນຄົນຮັກປ່ຽນໄປຕາມຄວາມຄິດ5 ວິທີນີ້ເປັນການກຳຈັດຄວາມຂີ້ສົງໃສຂອງເມຍ ແລະ ເຮົາເອງກໍໂປງໃສຢ່າງກົງໄປກົງມາ ເມື່ອເມຍບໍ່ມີຄວາມກັງວົນໃນພຶດຕິກຳຂອງເຮົາ ເມຍກໍບໍ່ຈຳເປັນທີ່ຈະກັກໂຕເຮົາໄວ້ໃຫ້ຢູ່ໃນສາຍຕາຕະຫຼອດ. ການໃຊ້ຊີວິດຄູ່ຈະງ່າຍຂຶ້ນ ເມື່ອຄວາມກັງວົນຂອງອີກຝ່າຍຫຼຸດລົງ

ສ່ວນຕົວຂ້ອຍຄິດວ່າມັນບໍ່ຄຸ້ມຄ່າເລີຍ ທີ່ຈະເອົາຄວາມສຸກຄວາມອົບອຸ່ນໃນບ້ານ ໄປແລກກັບຄວາມມ່ວນ ຫຼື ຄວາມຕື່ນເຕັ້ນຢູ່ຂ້າງນອກ ເພາະມັນເປັນການລົງທຶນຫຼາຍ ໄດ້ຜົນຕອບຮັບໄລຍະສັ້ນ ແລະ ບໍ່ໝັ້ນຄົງ.ສົ່ງທ້າຍ ເມຍຂ້ອຍໃຈໃຫຍ່ຫຼາຍໄດ໋ ລາວບອກຂ້ອຍວ່າ “ທຳມະຊາດຂອງຜູ້ຊາຍ ຖ້າຢາກຫຼາຍຖ້າອົດບໍ່ໄດ້ໃຫ້ຊື້ກິນໂລດ ແຕ່ຫ້າມບໍ່ໃຫ້ໄປຜູກພັນນຳຂະເຈົ້າ ເພາະມັນຈະເຮັດໃຫ້ເຮົາແຕກແຍກ ຂ້ອຍບໍ່ຄິດວ່າຈະໄດ້ຍິນຄຳນີ້ຈາກຜູ້ເປັນເມຍ! ຂ້ອຍຕອບໄປວ່າ ສິເອົາເງິນແຕ່ໃສມາຊື້ກິນ ເງິນເດືອນອອກເມຍກະເອົາໄປໝົດແລ້ວ”ອັນນີ້ຖາມເມຍຂ້ອຍໄດ້ວ່າແມ່ນແທ້ບໍ່ ຖ້າຜົວໂປ່ງໃສ ໄປທາງໃດເມຍບໍ່ຫ້າມ ຖ້າຖາມແລ້ວມີເລດສະໄນ ໄປທາງໃດເມຍກະນຳ
