ຮອງນາຍົກລັດຖະມົນຕີ ມອບເງິນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ.

ຂປລ. ໃນວັນທີ 1 ສິງຫາ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ມອບເງິນ ຈຳນວນ 130 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອເປັນທຶນປະກອບສ່ວນນຳໃຊ້ເຂົ້າໃນການແກ້ໄຂວຽກງານຈຳເປັນ ແລະ ຮີບດ່ວນຕ່າງໆພາຍໃນແຂວງ, ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ, ເນື່ອງໃນໂອກາດລົງເຄື່ອນໄຫວເຮັດວຽກຢູ່ບັນດາແຂວງພາກເໜືອລະຫວ່າງວັນທີ 31 ກໍລະກົດ ຫາ 3 ສິງຫາ 2021.ໃນມື້ດຽວກັນ, ທະນາຄານພັດທະນາລາວ ກໍໄດ້ມອບເງິນ ຈຳນວນ 150 ລ້ານກີບ ໃຫ້ແຂວງອຸດົມໄຊ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ການລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນແຂວງ, ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ສົມແພງ ລັດຕະນະວົງ ຫົວໜ້າທະນາຄານພັດທະນາລາວ ສາຂາແຂວງອຸດົມໄຊ ແລະ ຕາງໜ້າຮັບໂດຍ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ.ໂອກາດນີ້, ທ່ານ ບຸນຄົງ ຫລ້າຈຽມພອນ ຕາງໜ້າໃຫ້ອຳນາດການປົກຄອງແຂວງອຸດົມໄຊ ສະແດງຄວາມຂອງໃຈຢ່າງຈິງໃຈ ມາຍັງ ທ່ານຮອງນາຍົກລັດຖະມົນຕີ ແລະ ທະນາຄານພັດທະນາລາວ ທີ່ໃຫ້ການຊ່ວຍເຫລືອໃນຄັ້ງນີ້.
