ຕັ້ງຢູ່ບໍລິເວນເຂດດອນຈັນ, ຢູ່ຂ້າງໆກັບໂຮງແຮມ ແລນມາກ, ນະຄອນຫຼວງວຽງຈັນ ເຂົ້າໄປທາງໜ້າໂຮງແຮມລ້ຽວຊ້າຍໄປ ຈະເຈິປະຕູນ້ອຍໆເຂົ້າ.

ເປັນສະຖານທີ່ ທີ່ຫຼາຍຄົນຍັງບໍ່ເຄີຍໄປ ທັງໆທີ່ຢູ່ໄກ້ໆ ບາງຄົນບໍ່ຮູ້ຊ້ຳວ່າມີຫໍປູ່ພຣະຍານາກທີ່ຕັ້ງຢູ່ຂ້າງໆໂຮງແຮມ 5 ດາວແຫ່ງນີ້ ເພາະເຮົາເອງກະຫາກະຮູ້ວ່າງບໍ່ດົນມານີ້ຄືກັນ.

ຕາມຄົນແຖວນັ້ນບອກວ່າ ເມື່ອກ່ອນເຂດນີ້ເປັນແຄມຂອງ ຈະມີຮູພຣະຍານາກ ທີ່ເລິກລົງໄປຊອດນ້ຳຂອງ ເຊື່ອກັນວ່າເປັນບ່ອນປູ່ພຣະຍານາກຂື້ນມາຈຳສິນ ແລະ ປະຈຸບັນມີຫຼາຍຄົນໄປຂໍອະທິຖານນັ້ນນີ້ເປັນປະຈຳ.

