Breaking News

ດ່ວນໆ! ກົມນໍ້າປະປາ ສະເໜີຂໍຫຼຸດລາຄານໍ້າປະປາ ພ້ອມເລື່ອນການຊໍາລະໄປອີກ 3ເດືອນຂ້າງໜ້າ ເພື່ອປະຊາຊົນ https://laotodays.com/29247/

ຖືເປັນອີກສັນຍານເຕືອນທີ່ດີໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ໃນສະພາບທີ່ບ້ານເມືອງກໍາລັງພົບວິກິດ ແລະມັນກໍ່ໄດ້ສົ່ງຜົນກະທົບເຖິງທຸກຢ່າງໃນປະເທດເຮົາ ໂດຍສະເພາະແມ່ນລາຍຮັບຂອງທຸກຄົນໃນຊາດ.ທັ້ງນີ້ ສິ່ງທີ່ທຸກຄົນຕ້ອງການ ແລະ ຖາມຫາໃນຕອນນີ້ ກໍ່ແມ່ນນະໂຍບາຍໃນດ້ານຕ່າງໆ ໂດຍສະເພາະແມ່ນຄ່ານໍ້າຄ່າໄຟ ທີ່ປະຊາຊົນຕ້ອງການໃຫ້ມີການຫຼຸດລາຄາລົງ ໃນຊ່ວງວີກິດແບບນີ້.ຫຼ້າສຸດ ຫ້ອງການກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ແຈ້ງໄປຍັງພາກສ່ວນກ່ຽວຂ້ອງເພື່ອປຶກສາຫາລືຄົ້ນຄວ້າຮ່ວມກັນ ກ່ຽວກັບນະໂຍບາຍການຜ່ອນຜັນລາຄາ ແລະ ເລື່ອນເວລາຂອງການຊໍາລະຄ່ານໍ້າປະປາ ຂອງຜູ້ຊົມໃຊ້ນໍ້າປະປາ ປະເພດຄົວເຮືອນ ແລະ ນອກຄົວເຮືອນ ເພື່ອຫຼຸດຜ່ອນຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ໃນປີ 2021 ຕໍ່ເສດຖະກິດຂອງ ສປປ ລາວ ແລ້ວນໍາສະເໜີຕໍ່ຄະນະຊີ້ນໍາຄຸ້ມຄອງທຸລະກິດຂະແໜງນໍ້າປະປາ ຂັ້ນແຂວງ, ນະຄອນຫຼວງ ພິຈາລະນາເພື່ອໃຫ້ສາມາດຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ.ທັ້ງນີ້ ຜົນການຄົ້ນຄວ້າດ້ານວິຊາການຂອງກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ ມີ 3ນະໂຍບາຍເພື່ອເປັນທາງເລືອກ ເຊິ່ງລາຍລະອຽດສາມາດອ່ານຕາມແຈ້ງການໄດ້ເລີຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.