Breaking News

ກໍລະນີ ຜູ້ຕິດເຊື້ອ 54 ແຂວງສາລະວັນ ຫາຍດີແລ້ວ

ຊົມເຊີຍ ແຂວງສາລະວັນ ສໍາເລັດການປິ່ນປົວ ຜູ້ຕິດເຊື້ອໂຄວິດ ຄົນທໍາອິດຂອງແຂວງ !!!ທີມແພດໂຮງໝໍແຂວງສາລະວັນ ໄດ້ປະສົບຜົນສຳເລັດໃນການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ຄົນທໍາອິດຂອງແຂວງ, ເຊິ່ງເປັນກໍລະນີຜູ້ຕິດເຊື້ອທີ 54 ຂອງປະເທດ. ຕາມການລາຍງານຂອງ ທ່ານ ດຣ ວັນທອງ ບຸນວິໄລ ໃຫ້ຮູ້ວ່າ: ທ້າວນຽມ ໃສສູນທອນ ກວດພົບເຊື້ອໂຄວິດ-19 ໃນວັນທີ 15 ເມສາ 2021 ຈາກນັ້ນໄດ້ເຂົ້າຮັບການປິ່ນປົວຢູ່ທີ່ໂຮງໝໍແຂວງສາລະວັນ ແລະໄດ້ຮັບການເອົາໃຈໃສ່ປິ່ນປົວຈາກທີມງານແພດໝໍກໍ່ຄືການຊີ້ນຳ, ຕິດຕາມຂອງການນໍາຂັ້ນເທິງແຕ່ລະຂັ້ນຢ່າງເປັນປົກກະຕິ ແລະຕໍ່ເນື່ອງ, ຜ່ານການກວດຫາເຊື້ອຈຳນວນ 4 ຄັ້ງ ໃນນັ້ນຄັ້ງທີ 1 ຜົນກວດແມ່ນພົບເຊື້ອ ສ່ວນກວດອີກ 3 ຄັ້ງພາຍຫຼັງແມ່ນບໍ່ພົບເຊື້ອ, ອາການຂອງຜູ້ກ່ຽວກໍ່ປົກກະຕິ ບໍ່ມີໄຂ້, ໄອ,ຈາມ, ບໍ່ເມື່ອຍ, ບໍ່ຫາຍໃຈຜືດ, ກິນ-ດື່ມໄດ້ດີ, ມີແນວຄິດທຸ່ນທ່ຽງປະຕິບັດຕາມຄຳແນະນຳຂອງແພດ-ໝໍໄດ້ເປັນຢ່າງດີ, ສວ່ນຜູ້ທີ່ໄກ້ຊິດກັບທ້າວນຽມແມ່ນໄດ້ມີການຕິດຕາມຜົນກວດຕາມຂັ້ນຕອນ ແລະໄດ້ກັບເມືອກັກໂຕຢູ່ບ້ານຂອງຕົນເອງຕາມລະບຽບການຕື່ມອີກ.ສໍາລັບແພດທີ່ເຂົ້າປິ່ນປົວທ້າວນຽມແມ່ນຈະໃດ້ສືບຕໍ່ກັກບໍລິເວນຈຳນວນ 14 ວັນ, ຈິ່ງຈະໄດ້ກັບໄປຢູ່ນໍາຄອບຄົວ. ໂອກາດນີ້ທ້າວນຽມໃດ້ກ່າວຄວາມຂອບໃຈຢ່າງສູງທີ່ອຳນາດການປົກຄອງແຕ່ລະຂັ້ນ ກໍ່ຄືທິມງານແພດໝໍທີ່ເອົາໃຈໃສ່ສຸມທຸກເຮື່ອແຮງເຂົ້າໃນການປິ່ນປົວຈົນຫາຍດີ ແລະໄດ້ກັບອອກໄປດຳລົງຊີວິດຢູ່ນຳຄອບຄົວ ແລະຝາກເຖິງພໍ່ແມ່ຜີ່ນ້ອງທຸກຄົນບໍ່ວ່າຈະຢູ່ພາຍໃນປະເທດກໍ່ຄືຜູ້ທີ່ເຮັດວຽກຢູ່ປະເທດ, ເພື່ອນບ້ານຈົ່ງໃດ້ເພີ່ມທະວີຮ່ວມແຮງຮ່ວມໃຈກັນຕ້ານ ແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19ນີ້ບໍ່ໃຫ້ແຜ່ລາມອອກສູ່ວົງກ້ວາງ. ພິທີສົ່ງທ້າວ ນຽມ ໃສສູນທອນ ປະຊາຊົນບ້ານນາເຕີຍ ເມືອງຄົງເຊໂດນ ແຂວງສາລະວັນ ແມ່ນໄດ້ຈັດຂື້ນຕອນແລງວັນທີ 29 ເມສາ 2021 ທີ່ໂຮງໝໍແຂວງສາລະວັນ, ໂດຍມີິທ່ານດຣ ອາຄົມ ລໍ່າວິຈິດ ກໍາມະການພັກແຂວງ ຫົວໜ້າພະແນກ ສາທາລະນະສຸກແຂວງສາລະວັນ ພ້ອມດ້ວຍແພດ, ໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.ໂດຍ: ກິນດາວັນ ອ້ວນນາຄູ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 5% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 5% ງ່າຍ


About admin

Check Also

ສົດໆ…

ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ດ່ວນ! ສາວ ຈະໂດດນ້ຳເພື່ອຈົບຊີວິດໂຕເອງ ຢູ່ແຄມນໍ້າຂອງສະຫວັນນະເຂດ ເວລາ 9:30 ນາທີ ວັນທີ 19/4/2023 ປະກາດຫາຍາດພີ່ນ້ອງຕອນນີ້ຢູ່ແຄມຂອງສະຫວັນນະເຂດໃຜຮູ້ຈັກລາວ ຫຼືຍາດພີ່ນ້ອງ ກະໃຫ້ແຈ້ງດ່ວນ …

Leave a Reply

Your email address will not be published. Required fields are marked *

Recent Comments

No comments to show.