ລັດຖະບານຍີ່ປຸ່ນ, ມອບລົດອຳບູລັງ ໃຫ້ກະຊວງສາທາລະນະສຸກ

ວັນທີ 5 ສິງຫາ 2021, ທ່ານ Takewaka Keizo, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມປະເທດຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ ແລະ ຕາງໜ້າຮັບໂດຍ ພະນະ ທ່ານ ບຸນແຝງ ພູມມະໄລສິດ, ລັດຖະ ມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍ່ຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄ ວິ ດ ກໍ່ຄືລັດຖະບານ ລາວຄື: ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ.

ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງ ລັດ ຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ.
